ເງິນທີ່ໄດ້ຈາກການແຂ່ງຂັນກ໊ອຟ ການກຸສົນຂອງບໍລິສັດເທີນຫີນບູນ ໄດ້ນຳໄປຊ່ວຍເຫລືອສັງຄົມແລ້ວ

ພິທີມອບ-ຮັບເງິນຊ່ວຍເຫລືອຫລາຍກວ່າ 80 ລ້ານກີບ ທີ່ໄດ້ຈາກການແຂ່ງຂັນກ໊ອຟການກຸສົນ ທີ່ຈັດຂຶ້ນໂດຍບໍລິສັດ ເທີນຫີນບູນ ໃຫ້ໂຮງຮຽນເດັກພິການຕາ ທົ່ງປົ່ງ ແລະ ສະຫະພັນກິລາໝາກເສິກແຫ່ງຊາດ ໄດ້ມີຂຶ້ນໃນວັນທີ 31 ມັງກອນນີ້ ຢູ່ໂຮງຮຽນເດັກພິການຕາດັ່ງກ່າວ ທີ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ລະຫວ່າງທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ເທີນຫີນບູນ ແລະ ທ່ານ ດຣ. ສີເພັດທະວົງ ສີສະເຫລີມສັກ ຮອງຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ແລະ ທ່ານ ອິນທະຫວາ ວິລະວັນ ເລຂາທິການໃຫຍ່ກິລາໝາກເສິກແຫ່ງຊາດ.
ທ່ານຮອງຜູ້ອຳນວຍການໃຫຍ່ບໍລິສັດ ເທີນຫີນບູນ ໃຫ້ຮູ້ວ່າ: ເນື່ອງໃນໂອກາດຄົບຮອບ 20 ປີ ການຜະລິດໄຟຟ້າຂອງບໍລິສັດເທີນຫີນບູນພາວເວີຈຳກັດ ຈຶ່ງໄດ້ຈັດການແຂ່ງຂັນກ໊ອຟການກຸສົນ ເພື່ອລະດົມທຶນຊ່ວຍເຫລືອສັງຄົມດັ່ງກ່າວຂຶ້ນ ໃນວັນທີ 27 ມັງກອນນີ້ ທີ່ສະໜາມກິລາກ໊ອຟລອງແທງ ໂດຍການເຂົ້າຮ່ວມຂອງພະນະທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ຊຶ່ງມີນັກກິລາເຂົ້າຮ່ວມ 150 ທ່ານ ລວມລາຍໄດ້ທັງໝົດຈາກການແຂ່ງຂັນ 81 ລ້ານກວ່າກີບ ເຊິ່ງເງິນດັ່ງກ່າວໄດ້ແບ່ງເປັນສອງສ່ວນຄື: 56 ລ້ານກວ່າກີບ ແມ່ນມອບໃຫ້ໂຮງຮຽນເດັກພິການຕາທົ່ງປົ່ງ ແລະ 25 ລ້ານກີບ ມອບໃຫ້ແກ່ສະຫະພັນກິລາໝາກເສິກແຫ່ງຊາດ ເພື່ອສະໜັບສະໜູນຈັດການແຂ່ງຂັນກິລາໝາກເສິກຮຸ່ນເຍົາວະຊົນທົ່ວປະເທດທີ່ຈະມີຂຶ້ນໃນມໍ່ໆນີ້.