ຊາວພຸດທະສາສະນິກະຊົນນັບຫລາຍພັນຄົນເຂົ້າຮ່ວມ ພິທີໃສ່ບາດງານບຸນນະມັດສະການພະທາດໂຜ່ນ
ບຸນນະມັດສະການພະ ທາດໂຜ່ນ ເມືອງໄຊພູທອງ ແຂວງສະຫວັນນເຂດ ແມ່ນ ປະເພນີອັນດີງາມຂອງຊາດ ລາວ-ຄົນລາວບັນດາເຜົ່າທີ່ ເຄີຍປະຕິບັດກັນມາແຕ່ບູຮານ ນະການ ແລະ ປີນີ້ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 31 ມັງກອນ ນີ້, ເຊິ່ງກົງກັບມື້ຂຶ້ນ 15 ຄໍາ ເດືອນ 3 ເພັງໃນ ແຕ່ລປີ. ໂດຍ ການເຂົ້າຮ່ວມຂອງ ທ່ານ ຄໍາ ພູນ ຕຸໄພທູນ ຮອງເຈົ້າແຂວງ ສະຫວັນນະເຂດ ແລະ ທ່ານ ເຈົ້າເມືອງໄຊພູທອງ ພ້ອມດ້ວຍ ຊາວພຸດທະສາສະນິກະຊົນນັບຫລາຍພັນຄົນ.
+ ຈະຈັດງານບຸນພະທາດໂພ່ນຕ້ອນຮັບປີທ່ອງທ່ຽວລາວໃຫ້ຟົດຟື້ນ
+ ທ່ຽວບຸນວັດພູມໍລະດົກໂລກທີ່ແຂວງຈຳປາສັກ
ສະເພາະປີນີ້ ເຊິ່ງພໍດີກັບ ການເປີດປີທ່ອງທ່ຽວລາວ ເຊິ່ງໄດ້ມີການນໍາພັກ-ລັດຂັ້ນ ຕ່າງໆ ລວມທັງພະນັກງານ ລັດຖະກອນ,ທະຫານ,ຕໍາ ຫຼວດ ແລະ ຊາວພຸດທັງພາຍ ໃນ ແລະ ຕ່າງປະເທດຮ່ວມ ພິທີໃສ່ບາດຖວາຍສັງຄະ ທານແດ່ພະສົງສໍາມະເນນ ຫຼາຍຮ້ອຍອົງ, ທີ່ເດີ່ນພະທາດ ໂຜ່ນຢ່າງໜາແໜ້ນເໜືອນ ດັ່ງໄປປາງບຸນ ໃຫຍ່ປີນີ້ຖື ເປັນ ປີທີ່ມີຄວາມໝາຍຄວາມ ສໍາຄັນເປັນພິເສດເພາະພະ ທາດໂຜ່ນໄດ້ສໍາເລັດການ ປະ ຕິສັງຂອນພ້ອມທັງເປັນປີ ທ່ອງທ່ຽວລາວ, ເຮັດໃຫ້ ພະທາດໂຜ່ນ ແຫ່ງນີ້ກາຍ ເປັນ ຈຸດດຶງດູດນັກທ່ອງທ່ຽວເຂົ້າ ມາສຶກສາຄົ້ນຄວ້າ ແລະ ນະ ມັດສະການເພີ່ມຂຶ້ນ ແລະ ພາຍ ໃນງານມີຫຼາຍກິດຈະກໍາບໍ່ ວ່າເປັນງານວາງສະແດງສິ ຄ້າຈາກບັນດາຫົວໜ່ວຍທຸ ລະກິດ,ທັງພາຍໃນ ແລະ ຕ່າງ ປະເທດ,ຜະລິດຕະພັນໂອ ດອບ, ສິນຄ້າໜຶ່ງເມືອງ ໜຶ່ງ ຜະລິດຕະພັນທີ່ມາຈາກ 14 ຕົວເມືອງ, ເພື່ອໃຫ້ຜູ້ມາທ່ຽວ ຊົມ ໄດ້ສໍາພັດກັບຜະລິດຕະ ພັນທີ່ເປັນສີໄມ້ລາຍມືຂອງ ຄົນລາວເຮົາ.
ຕາມການເຊື່ອຖື,ພະ ທາດໂຜ່ນແມ່ນສະຖານທີ່ ສັກກາລະບູຊາເປັນສັນຍາລັກ ແຫ່ງການເຕົ້າໂຮມຄວາມ ສາມັກຄີປອງດອງ ແລະ ສູນ ລວມທາງດ້ານແນວຄິດ ຂອງ ປະຊາຊົນລາວທຸກຊົນເຜົ່າ ທີ່ ສ້າງຂື້ນດ້ວຍວັດທະນະທໍາ ທີ່ເປັນເອກະລັກສະເພາະຊາດທີ່ບໍ່ມີບ່ອນໃດທຽບຄື ແລະ ຢູ່ຄູ່ບ້ານຄູ່ເມືອງໄຊພູທອງ ຕະຫຼອດມາ./.