ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - 27650800 1739462886106436 1647248926 o - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ
ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - kitchen vibe - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

ໃນວັນທີ 29 ມັງກອນນີ້, ທ່ານ ນາງ ດຣ ອິນລາວັນ ແກ້ວ ບຸນພັນ ກຳມະການສູນກາງ ພັກ, ປະທານສູນກາງສະຫະ ພັນແມ່ຍິງລາວ ພ້ອມຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງເຊກອງໂດຍໄດ້ ຮັບການຕ້ານຮັບຢ່າງອົບອຸ່ນ ຈາກທ່ານ ຄຳພຽມ ບົວລະພາ ຮອງເລຂາພັກແຂວງ, ຜູ້ຊີ້ ນຳວຽກງານພັກ-ພະນັກງານ, ພ້ອມດ້ວຍຄະນະບໍລິຫານ ງານສະຫະພັນແມ່ຍິງແຂວງ ເຊກອງ.

ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - 27368250 398702567245213 947848582495332891 o - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - Visit Laos Visit SALANA BOUTIQUE HOTEL - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ
ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - Visit Laos Visit SALANA BOUTIQUE HOTEL - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

+ ປີຜ່ານມາສູນກາງສະຫະພັນແມ່ຍິງລາວມີຜົນສໍາເລັດຫລາຍດ້ານ

+ ລັດຖະມົນຕີກະຊວງແຮງງານລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ

ໂອກາດນີ້ ທານ ປະທານ ສູນກາງສະຫະພັນມແມ່ຍິງ ລາວໄດ້ໃຫ້ກຽດໂອ້ລົມແນະນຳ ບາງບັນຫາຄື: ເພື່ອກະກຽມ ໃສ່ ກອງປະຊຸມ 3 ຂັ້ນຂອງສູນ ກາງ ສຍ ລາວ, ນອກນີ້ ທ່ານ ຍັງໄດ້ເນັ້ນໃຫ້ຄະນະນຳຂອງ ສຍ ແຂວງເຊກອງສືບຕໍ່ປັບ ປຸງ ກົງຈັກການຈັດຕັ້ງຂອງຕົນ ໂດຍຖືເອົາການປັບປຸງບຸກຄະລາກອນເປັນບັນຫາສຳຄັນ, ເອົາໃຈໃສ່ໃນການສ້າງແຜນ ກຳນົດພະນັກງານຄຸ້ມຄອງ- ນຳພາຂຶ້ນແຜນບຳລຸງສ້າງ ພະນັກງານເພດຍິງ, ນຳພາ ເຮັດວຽກຕົວຈິງທັງເຮັດທັງ ຖອດຖອນບົດຮຽນໄປພ້ອມ ກັນ, ສົມທົບກັບຄະນະພັກ, ອຳນາດການ ປົກຄອງຂັ້ນ ແຂວງເອົາໃຈໃສ່ສ້າງພະນັກ ງານເພດຍິງໃຫ້ມີຄວາມຮູ້ ດ້ານຕ່າງໆມີປະສົບການເພື່ອ ເຂົ້າເຖິງຕຳແໜ່ງງານທີ່ສຳ ຄັນທຽບເທົ່າກັບ ເພດຊາຍ, ຫັນເອົາພະນັກງານລົງຮາກ ຖານທ້ອງຖິ່ນ, ສືບຕໍ່ຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງ ສຍ ໃນຄວາມຮັບຜິດຊອບຂອງ ຕົນໃຫ້ເປັນປົກກະຕິເພື່ອຊອກ ໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ ຄົງຄ້າງ, ສາເຫດ ແລະ ບົດ ຮຽນທີ່ຖອດຖອນໄດ້ເພື່ອນຳ ໄປແກ້ໄຂໃນວຽກງານຕົວ ຈິງໃຫ້ດີຂຶ້ນກວ່າເກົ່າ ພ້ອມ ນັ້ນກໍຕ້ອງ ເອົາໃຈໃສ່ຊຸກຍູ້ ສົ່ງເສີມບັນດາເອື້ອຍນ້ອງ ແມ່ຍິງໃນການພັດທະນາ ຕົນ ເອງພັດທະນາຄອບຄົວໃຫ້ ມີຢູ່ມີກິນດີຂຶ້ນ.

ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - 27368669 398702603911876 4664213163638900659 o - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

ປັດຈຸບັນແຂວງເຊກອງ ຍັງມີໜ່ວຍຮາກຖານ ສຍ ທັງ ໝົດ 311 ໜ່ວຍ, ຂະຫຍາຍ ໃໝ່ 14 ໜ່ວຍ, ມີສະມາຊິກ 17.229 ຄົນ, ການປະຕິບັດ ຂໍ້ແຂ່ງຂັນ 3 ດີຕິດພັນກັບ ການສ້າງບ້ານພັດທະນາ ຕາມທິດ 3 ສ້າງ, ຜ່ານການ ຈັດຕັ້ງປະຕິບັດໄລຍະຜ່ານ ມາ ສາມາດຄັດເລືອກໄດ້ສະ ມາຊິກທີ່ເປັນພົນລະເມືອງດີ ໄດ້ 14.442 ຄົນ ເທົ່າກັບ 88,42% ຂອງສະມາຊິກ ທີ່ເຂົ້າຮ່ວມ, ພັດທະນາດີ 12.838 ຄົນເທົ່າກັບ 78,42%, ສ້າງຄອບຄົວດີ ກວມເອົາ 79,30%, ສະມາ ຊິກ 3 ດີປະເພດ I ກວມ 46,28%, ປະເພດ II ກວມ 79,30%, ໜ່ວຍກົມກອງ 3 ດີ ກວມ 25,42%, ໜ່ວຍຂັ້ນ ບ້ານ 3 ດີເທົ່າກັບ 53,22% ຂອງຈຳນວນໜ່ວຍທີ່ເຂົ້າ ຮ່ວມແຂ່ງຂັນ./.

ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - 27650800 1739462886106436 1647248926 o - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ

ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - 5 - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ
ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - 4 - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ
ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ - 3 - ປະທານສະຫະພັນແມ່ຍິງລາວເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ