ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ

ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ - 2467 1 - ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ
ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ - kitchen vibe - ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ

​ໃນວັນທີ 31 ມັງກອນນີ້, ທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດ ແຫ່ງ ສປປ ລາວ, ໄດ້ລົງເຄື່ອນໄຫວຢ້ຽມຢາມແຂວງເຊກອງ, ​ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະນໍາແຂວງດັ່ງກ່າວ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ປັບປຸງການຄຸ້ມຄອງການນຳພາໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ກໍ່ສ້າງວຽກງານພັກ-ພະນັກງານໃຫ້ໜັກແໜ້ນເຂັ້ມແຂງ, ສ້າງຮາກຖານການເມືອງຕິດພັນກັບວຽກງານ 3 ສ້າງ, ໂດຍສະເພາະການສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ, ເຮັດໃຫ້ສະພາບຢູ່ຂັ້ນບ້ານມີການຫັນປ່ຽນທີ່ດີຂຶ້ນ, ປະຊາຊົນມີຄວາມຢູ່ດີກິນດີ ແລະ ເອົາໃຈໃສ່ປະຕິບັດລະບຽບກົດໝາຍ, ສະກັດກັ້ນບັນຫາຢາເສບຕິດ ແລະ ການສໍ້ລາດບັງຫລວງໃຫ້ໝົດໄປຢ່າງສີ້ນເຊິງ, ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມຢ່າງໜັກແໜ້ນດ້ວຍການຊຸກຍູ້ສົ່ງເສີມປະຊາຊົນຜະລິດເປັນສີນຄ້າ, ຄຽງຄູ່ກັບການສະໝອງເຕັກນິກ ແລະ ເຄື່ອງມືການຜະລິດທີ່ທັນສະໄໝເພື່ອຕອບສະໝອງໄດ້ການບໍລິໂພກພາຍໃນ ແລະ ສົ່ງອອກ, ອັນເປັນພື້ນຖານທີ່ສຳຄັນຂອງການສ້າງເສດຖະກິດຂອງແຂວງໃຫ້ແຂງແຮງ, ສ້າງກົນໄກທີ່ສອດຄ່ອງ ແລະ ສັກສິດຕໍ່ກັບການປະຕິບັດລະບຽບກົດໝາຍ, ຊຸກຍູ້ການສ້າງຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າໃຫ້ໜັກແໜ້ນ, ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາສະຫງົບ ໃຫ້ໜັກແໜ້ນ-ເຂັ້ມແຂງ, ສ້າງໃຫ້ໄດ້ໜໍ່ແໜງສັງຄົມນິຍົມຢູ່ຮາກຖານເທື່ອລະກ້າວ. ຄຽງຄູ່ກັນນີ້, ກໍໃຫ້ເອົາໃຈໃສ່ການຈັດສັນງົບປະມານເຂົ້າໃສ່ການພັດທະນາເສດຖະກິດ-ສັງຄົມ ດ້ານທີ່ມີຄວາມຈໍາເປັນຕາມເງື່ອນໄຂຕົວຈິງ, ອຳນວຍຄວາມສະດວກໃຫ້ບັນດາຫົວໜວ່ຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ແຂວງຕົນໃຫ້ນັບມື້ຫລາຍຂຶ້ນ ເພື່ອສ້າງໃຫ້ປະຊາຊົນມີວຽກເຮັດງານທຳ, ພັດທະນາຄອບຄົວຂອງຕົນໃຫ້ມີຄວາມຢູ່ດີກິນດີເທື່ອລະກ້າວ.

​  ໃນ​ໂອກາດ​ນີ້, ທ່ານ ຄຳເຜີຍ ບຸດດາວຽງ ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ໄດ້ລາຍງານການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງປີ 2017 ວ່າ: ໃນ 1 ປີຜ່ານມາ, ສະພາບລວມຂອງແຂວງເຊກອງ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະໝັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 9,1% ສະເລ່ຍຕໍ່ຫົວຄົນບັນລຸໄດ້ 12,64 ລ້ານກີບ, ເທົ່າກັບ 1.580 ໂດລາສະຫະລັດ, ການຂຸດຄົ້ນລາຍຮັບເຂົ້າງົບປະມານຂອງລັດບັນລຸໄດ້ລື່ນແຜນການທີ່ວາງໄວ້, ຮັບປະກັນການເບີກຈ່າຍເງິນເດືອນຂອງພະນັກງານ, ທະຫານ, ຕໍາຫລວດ, ຄູອາຈານ ແລະ ລັດຖະກອນໄດ້ເປັນປົກກະຕິ.

ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ - Visit Laos Visit SALANA BOUTIQUE HOTEL - ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ
ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ - 4 - ອະດີດປະທານປະເທດ ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມ​ແຂວງ​​ເຊ​ກອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!