ການລັກລອບຕັດໄມ້ ແລະ ຊື້-ຂາຍສັດນໍ້າ-ສັດປ່າປະເພດຫ່ວງຫ້າມຍັງພົບເຫັນຫຼາຍ
January 31, 2018 - 6:11 PM


ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນອາທິດຜ່ານມາ, ເຈົ້າໜ້າທີ່ກວດກາປ່າໄມ້ສາມາດກວດ ແລະ ຢຶດໄມ້ຂອງຜູ້ກະທໍາຜິດໄດ້ 134 ຕັບ, ລວມມີບໍລິມາດ 4,91ແມັດກ້ອນ, ພ້ອມນັ້ນ ກໍໄດ້ກວດກາ ແລະ ຢຶດສັດນໍ້າ-ສັດປ່າປະເພດຫວງຫ້າມໄດ້ 43 ໂຕ, ລວມມີນໍ້າໜັກ 445 ກິໂລກຣາມ ແລະ ເຄື່ອງປ່າຂອງດົງ ທີ່ຫ້າມບຸກເບີກມີຈໍານວນຫຼາຍກວ່າ 10 ກິໂລກຣາມ ຢູ່ແຂວງຕ່າງໆ, ພ້ອມໄດ້ສຶກສາອົບຮົມຜູ້ກະທໍາຜິດ ແລະ ປັບໃໝຕາມລະບຽບກົດໝາຍ.
ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ອີກຮູ້ວ່າ: ໃນອາທິດຜ່ານມານີ້, ລາວສາມາດສົ່ງອອກສິນຄ້າພືດ ແລະ ຜະລິດຕະພັນພືດໄດ້ ທັງໝົດຫຼາຍກວ່າ 48 ໂຕນ ລວມມີມູນຄ່າ 14 ລ້ານກວ່າໂດລາສະຫະລັດ, ໃນນັ້ນຫຼາຍກວ່າໝູ່ແມ່ນ ກາເຟ, ໝາກກ້ວຍ ແລະ ມັນຕົ້ນ.