ເລື່ອງຮ້າຍອາດກາຍເປັນດີ ຫາກທ່ານຝັນແບບນີ້
February 1, 2018 - 2:30 PM


ຄວາມຝັນ ຫລາຍຄົນເຊື່ອວ່າເປັນລາງບອກເຫດບາງຢ່າງທີ່ອາດຈະເກີດຂຶ້ນໃນອະນາຄົດ ເຊິ່ງຫລາຍເທື່ອກໍໍກົງກັບຄວາມເປັນຈິງຕາມທີ່ເຄີຍໄດ້ສັງເກດມາແລ້ວ ເພາະຄົນບູຮານກໍເຊື່ອວ່າ ການທີ່ເຮົາຝັນເຫັນບາງສິ່ງບາງຢ່າງນັ້ນເປັນລາງດີທີ່ຈະນຳໂຊກລາບມາໃຫ້ ໂດຍສະເພາະເລື່ອງເງິນໆຄຳໆ.
- ຫາກຝັນວ່າຖືກງູກັດ ໝາຍຄວາມວ່າເພດກົງກັນຂ້າມຈະຄິດຮ້າຍ ຫລື ໄດ້ຮັບຂ່າວຮ້າຍຈາກເພື່ອນບ້ານ, ຖ້າງູກັດຕໍ່າກໍເປັນເຄາະນ້ອຍ, ຖ້າງູກັດສູງຈະໄດ້ຮັບເຄາະໜັກ ຫລື ບໍ່ດັ່ງນັ້ນກໍຈະເຈັບປ່ວຍຍ້ອນອຸປະຕິເຫດໃນການເດີນທາງ ຕ້ອງລະມັດລະວັງເປັນພິເສດ.
- ຫາກຝັນເຫັນພະ ຍິງຊາຍໃດຝັນເຫັນອົງພະ ຫລື ພະພຸດທະຮູບ, ພະບູຊາຕ່າງໆ ຄວາມຝັນນີ້ເປັນມຸງຄຸນແກ່ໂຕເອງ ໝາຍ ຄວາມວ່າຈະໄດ້ຮັບໂຊກຕິດຕາມມາໃນພາຍຫລັງ.
- ຫາກຝັນເຫັນປາ ຫລື ຝັນວ່າໄດ້ຈັບປາ ຄວາມຝັນນີ້ຖືວ່າເປັນຄວາມຝັນທີ່ແນ່ນອນທີ່ສຸດ ຕາມຕຳລາທວາຍຄວາມຝັນໄດ້ ທວາຍໄວ້ວ່າ ຫາກຝັນເຫັນປາຈະມີໂຊກລາຍຫລາຍໜ້ອຍຂຶ້ນກັບຈຳນວນ ແລະ ຂະໜາດຂອງປາທີ່ເຮົາຈັບໄດ້.
- ຫາກຝັນເຫັນກຸ້ງ, ປູ, ຫອຍ ຖືວ່າເປັນຝັນດີ ຕາມຕຳລາທວາຍຄວາມຝັນໄດ້ທວາຍໄວ້ວ່າ ຜູ້ຝັນຈະມີໂຊກລາບກ້ອນໃຫຍ່ຫລາຍໜ້ອຍຕາມປະລິມານກຸ້ງ, ປູ ແລະ ຫອຍທີ່ເຮົາຈັບໄດ້.
- ຫາກຝັນເຫັນກົບ ຫລື ຝັນວ່າໄດ້ຈັບກົບເປັນຈຳນວນຫລາຍ ຫລື ໄດ້ຍິນສຽງກົບຮ້ອງ ຕາມຕຳລາທວາຍໄວ້ວ່າ ຜູ້ຝັນກຳລັງຈະມີໂຊກລາບ ສ່ວນຈະຫລາຍໜ້ອຍກໍເບິ່ງຕາມຈຳນວນກົບທີ່ເຮົາຈັບໄດ້ ຫລື ປະລິມານສຽງກົບທີ່ຮ້ອງວ່າຫລາຍໜ້ອຍປານໃດ.
- ຫາກຝັນເຫັນໄກ່ ຫລື ຝັນວ່າໄດ້ຈັບໄກ່ມາໄວ້ໃນເລົ້າ ຫລື ເອົາມາປຸງແຕ່ງເປັນອາຫານ ຕຳລາທວາຍໄວ້ວ່າຈະມີຜູ້ນຳໂຊກ ລາບກ້ອນໃຫຍ່ມາໃຫ້ຮອດບ້ານ, ຄົນແປກໜ້າຈະນຳໂຊກລາບກ້ອນໃຫຍ່ມາໃຫ້.
- ຫາກຝັນວ່າໄດ້ເຫັນສາຍຄໍຄຳ, ສາຍແຂນ, ແຫວນ, ເຂັມຂັດທີ່ເປັນຄຳ ທວາຍໄດ້ວ່າເປັນຝັນບອກໂຊກທີ່ມີຄວາມແນ່ນອນຢ່າງໜຶ່ງ ເປັນຝັນທີ່ເປັນມຸງຄຸນແກ່ໂຕຜູ້ຝັນ ແລະ ເຊື່ອກັນວ່າຜູ້ຝັນຈະມີໂຊກລາບກ້ອນໃຫຍ່ໃນໄວໆນີ້.
- ຫາກຝັນວ່າໄດ້ເຫັນຄົນຕາຍ ຫລື ຊາກສົບເນົ່າເປື່ອຍ, ໂຮງສົບ, ງານສົບ ທວາຍໄວ້ວ່າເປັນຄວາມຝັນບອກໂຊກທີ່ແປກ ປະຫລາດພໍສົມຄວນ ເພາະຝັນເຫັນເລື່ອງທີ່ໜ້າຢ້ານກົວ ແຕ່ຊຳ້ພັດເຮັດໃຫ້ຜູ້ຝັນມີໂຊກລາບ ເປັນຄວາມຝັນທີ່ເຊື່ອຖືກັນມາແຕ່ບູ ຮານວ່າຜູ້ຝັນຈະມີໂຊກລາບກ້ອນໃຫຍ່.
- ຫາກຝັນວ່າໄດ້ເຫັນນົກ ຫລື ສັດປີກຈຳພວກນົກຕ່າງໆ ຫາກຝັນວ່າໄດ້ຈັບ ຫລື ບິນເຂົ້າມາຫາ ທວາຍໄວ້ວ່າຜູ້ຝັນຈະມີໂຊກລາບເຂົ້າມາຫາເຖິງເຮືອນຊານ.
- ຫາກຝັນວ່າໄດ້ເຫັນພະຍາດຂີ້ເຫື້ອນ ຫລື ມີບາດແຜໃຄ່ໂພງຕາມຮ່າງກາຍ ທວາຍໄວ້ວ່າຝັນນີ້ຈະບອກເຫດໃຫ້ເຮົາຮູ້ວ່າຈະມີຜູ້ນຳໂຊກລາບມາໃຫ້ ເປັນຝັນທີ່ມີຄວາມແນ່ນອນຫລາຍ ເຊື່ອຖືກັນມາແຕ່ບູຮານ ຍິ່ງບາດແຜໃຄ່ໂພງເນົ່າເປື່ອຍຫລາຍ ຍິ່ງຈະມີໂຊກລາບຫລາຍ.
- ຫາກຝັນວ່າໄດ້ເຫັນພະຍານາກ ຫລື ມັງກອນ, ງູໃຫຍ່ ຕາມຕຳລາໄດ້ທວາຍໄວ້ວ່າ ຝັນນີ້ບອກວ່າຜູ້ຝັນຈະມີໂຊກລາບກ້ອນໃຫຍ່ ເປັນຝັນທີ່ເຊື່ອຖືກັນມາແຕ່ບູຮານວ່າມີຄວາມແນ່ນອນຫລາຍ.
- ຫາກຝັນວ່າໄດ້ເຫັນອະໄວຍະວະເພດຂອງຜູ້ຊາຍ ຫລື ແມ່ຍິງ ທວາຍໄວ້ວ່າ ເປັນຝັນທີ່ມີຄວາມແນ່ນອນຫລາຍ ຜູ້ຝັນຈະມີໂຊກກ້ອນໃຫຍ່, ແຕ່ເພິ່ນວ່າຫ້າມໄປເລົ່າຄວາມຝັນສູ່ໃຜຟັງ ເພາະຈະເຮັດໃຫ້ໂຊກລາບທີ່ຄວນຈະໄດ້ຫາຍວັບໄປກັບຕາ.
- ຫາກຝັນວ່າແຂ້ວຫັກ ຖ້າເປັນແຂ້ວເທິງ ທວາຍວ່າຈະເສຍຍາດຜູ້ໃຫຍ່ຝ່າຍພໍ່, ຖ້າເປັນແຂ້ວລຸ່ມຈະເສຍຍາດຝ່າຍແມ່. ຖ້າຝັນວ່າມີແຂ້ວປົ່ງຂຶ້ນໃໝ່ ທວາຍວ່າຈະມີຄົນມາຂໍອາໄສຢູ່ໃນເຮືອນ ບໍ່ດີປານໃດ ເຊິ່ງຍັງບໍ່ຄວນສ່ຽງໂຊກໃນລະຫ່ວາງນີ້.
- ຫາກຝັນວ່າໄດ້ນຸ່ງເຄື່ອງໃໝ່ ທວາຍວ່າຈະໝົດເຄາະຊ່ວງເຊົາຈາກພະຍາດ ຮັບຮອງວ່າຈະບໍ່ມີຄວາມເຈັບປ່ວຍເຂົ້າມາໃກ້ແນ່ນອນ, ຖ້າຝັນວ່າໄດ້ແກ້ເຄື່ອງນຸ່ງອອກຈາກຮ່າງກາຍ ທວາຍວ່າຈະໄດ້ຮັບຂ່າວຈາກຍາດພີ່ນ້ອງທາງໄກທີ່ຈາກກັນໄປດົນ. ຖ້າຝັນວ່າໄດ້ຮັບເຄື່ອງນຸ່ງຈາກຄົນເອົາມາໃຫ້ ທວາຍວ່າຈະມີຄົນມາຂໍອາໄສຢູ່ໃນເຮືອນ ແລະ ຈະນຳຄວາມເດືອດຮ້ອນມາສູ່, ແຕ່ຖ້າຝັນວ່າໄດ້ຊັກເຄື່ອງນຸ່ງ ແມ່ນຈະໄດ້ຮັບໂຊກລາບ.
- ຫາກຝັນວ່າຖືກໝາກັດ ທວາຍວ່າຜູ້ທີ່ຖືກໝາກັດຈະເຄາະຮ້າຍ ຫລື ໄດ້ຮັບເຄາະຈາກສັດຕູ ຫລື ຈາກຄົນໃກ້ຊິດ, ຖ້າຝັນວ່າ ໝາເຂົ້າມາເລຍແຂ່ງຂາ ທວາຍວ່າສັດຕູຈະເຂົ້າມາເປັນມິດທີ່ຮ້າຍຈະກາຍເປັນດີ. ຖ້າຝັນວ່າໄດ້ອູ້ມໝານ້ອຍຂົນຝອຍໜ້າຮັກ ທວາຍວ່າຄົນໃນເຮືອນທີ່ອາຍຸຕໍ່າກ່ວາຈະກໍ່ຄວາມເດືອນຮ້ອນໃຈໃຫ້ໃນພາຍຫລັງ.