ກອງປະຊຸມໃຫຍ່ຊົນຊາດຊີຣີ ຮັບຮອງເອົາເອກະສານ 3 ສະບັບ
ຊີຣີຕ້ອງກາຍເປັນປະເທດປະຊາທິປະໄຕ ແລະ ປະຊາຊົນມີສິດຕັດສິນອະນາຄົດຂອງຕົນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍໃນຖະແຫລງການຂອງກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ຢູ່ໂຊຊິ ທີ່ໄດ້ປະກາດໃນວັນທີ 30 ມັງກອນຜ່ານມາ ຜ່ານເວັບໄຊຂອງກະຊວງການຕ່າງປະເທດຣັດເຊຍ.
ກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ຖືກດຳເນີນໃນວັນທີ 30 ມັງກອນ ຢູ່ໂຊຊິ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1.393 ຄົນ ແລະ ນັກສັງເກດການກວ່າ 50 ຄົນ. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາເອກະສານສຳຄັນ 3 ສະບັບ ລວມມີຖະແຫລງການສິ້ນສຸດກອງປະຊຸມໃຫຍ່, ຈົດໝາຍຮຽກຮ້ອງຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ແລະ ບັນຊີລາຍຊື່ຜູ້ສະໝັກເຂົ້າຮ່ວມຄະນະກຳມະການຄົ້ນຄວ້າກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການຮຽບຮຽງລັດຖະທຳມະນູນ. ໝາຍຄວາມວ່າເຂົ້າຮ່ວມຄະນະກຳມະການລັດຖະທຳມະນູນ. ຣັດເຊຍ ຖະແຫລງວ່າ: ກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີແມ່ນບາດກ້າວສຳຄັນທຳອິດໃນການໄກ່ເກ່ຍປອງດອງຊາດຢູ່ຊີຣີ ແລະ ເບິ່ງລວມແລ້ວແມ່ນບັນລຸຜົນສຳເລັດ.