ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ

ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ - Vientiane Governor - ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ
ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ - kitchen vibe - ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ

​ເມື່ອ​ມໍ່ໆນີ້, ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ, ​ໄດ້​ມອບ​ເງີ​ນຊ່ວຍ​ເຫລືອພະນັກງານ​ຄູ​ຜູ້​ປະສົບ​ອັກຄີ​ໄພ​ຫໍ​ພັກ​ຄູຢູ່​ບ້ານດອນ​ຕິ້ວ ​ເມືອງ​ໄຊ​ທານີນະຄອນຫລວງ​ວຽງຈັນຈຳນວນ 20 ລ້ານ​ກີບ, ຊຶ່ງ​ເຫດ​ຮ້າຍ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນເວລາ​ປະມານ 17:00 ​ໂມງ​ຂອງ​ວັນ​ທີ 27 ມັງກອນຜ່ານ​ມານີ້, ເຊິ່ງ​ເປັນ​ເຮືອນ​ລວມຂອງ​ພະນັກງານຄູ​ວິທະຍາຄານ​ຕຳຫລວດ, ມີ 3 ຫລັງ ​ແລະ ມີ​ພະນັກງານ​ອາ​ໃສ​ຢູ່​ທັງໝົດ 15 ຄອບຄົວ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ​ໂດຍ​ເຈົ້າໜ້າທີ່​ໄດ້​ໃຊ້​ລົດ​ມອດ​ໄຟ 6 ຄັນ ​ແລະ ​ໃຊ້​ເວລາ​ຫລາຍ​ກວ່າ 3 ຊົ່ວໂມງ ຈຶ່ງ​ສາມາດ​ສະກັດ​ກັ້ນໄຟ​​ໄວ້​ໄດ້, ຄາດ​ວ່າ​ຈະ​ມີມູນ​ຄ່າ​ເສຍ​ຫາຍປະມານ 600 ກວ່າ​ລ້ານ​ກີບ, ປັດຈຸບັນ​ພາກສ່ວນ​ກ່ຽວຂ້ອງ​ໄດ້​ເລັ່ງ​ໃຫ້ການ​ຊ່ວຍ​ເຫລືອ​ບັນດາຄອບຄົວ​ທີ່​​ໄດ້​ຮັບ​​ຜົນ​ກະທົບ. ​

ໃນ​ໂອກາດ​ດຽວກັນ, ທ່ານ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ​ໄດ້ກ່າວ​ເນັ້ນ​ໃຫ້​ທຸກ​ພາກສ່ວນ ​​ແລະ ສັງຄົມ ​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່ປ້ອງ​ກັນ​ອັກຄີ​ໄພ​ຢ່າງ​ເຂັ້ມ​ງວດ ​ເປັນ​ຕົ້ນ​: ​ຕິດຕາມ​ກວດກາ​ລະບົບ​ໄຟຟ້າ​ໃຫ້​ປົກກະຕິ, ເພາະ​ໄລຍະ​ນີ້​ເປັນ​ໄລຍະ​ແລ້ງ ​ເຊິ່ງອາດ​ມີ​ຄວາມ​ສ່ຽງ​ເຮັດ​ໃຫ້​ເກີດ​ອັກຄີ​ໄພ​ໄດ້​ງ່າຍ.

ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ - Visit Laos Visit SALANA BOUTIQUE HOTEL - ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ
ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ - Visit Laos Visit SALANA BOUTIQUE HOTEL - ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ

ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ​ວັນ​ທີ 30 ມັງກອນ​ນີ້, ທ່ານ ວິ​ໄລ​ວົງ ບຸ​ດດາ​ຄຳ ປະທານກຳມາ​ທິການ​​ແຜນການ ​ແລະ ການກວດ​ສອບ​ສະພາ​ແຫ່ງ​ຊາດ, ຮ່ວມ​ນຳພຣະອາຈານ ພົງ​ສະຫວັນ ອານຸສິນ ປະທານ​ມູນ​ນິທິ​ຊ່ວຍ​ເຫລືອ​ຄົນ​ທຸກ​ຍາກ ນະຄອນຫລວງ​ວຽງຈັນ​ໄດ້​ນຳ​ເອົາ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກມູນ​ຄ່າ 50 ກວ່າ​ລ້ານ​ກີບ​ໄປ​ມອບ​ເປັນ​ກຳລັງ​ໃຈ​ໃຫ້​ພະນັກງານ​ຄູ​ອາຈານຈຳນວນ 15 ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄຟ​ໄໝ້ຄັ້ງ​ຜ່ານ​ມາ.

ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ - 5 - ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ
ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ - 3 - ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ
ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ - 4 - ເຈົ້າ​ຄອງ​ນະຄອນຫລວງມອບ​ເງີ​ນ 20 ລ້ານ​ກີບ​ ຊ່ວຍ​ພະນັກງານຄູຜູ້​ປະສົບ​ອັກຄີ​ໄພ​ຢູ່ບ້ານ​ດອນ​ຕິ້ວ