ສາຍຮັດນິລະໄພອັດສະລິຍະເຕືອນຄົນຂັບກ່ອນຈະຫລັບໃນ
ຫລາຍເທື່ອທີ່ອຸປະຕິເຫດເທິງທ້ອງຖະໜົນເກີດຂຶ້ນຈາກຄົນຂັບຫລັບໃນ ເຮັດໃຫ້ມີການຄິດຄົ້ນເຕັກໂນໂລຊີເພື່ອໃຫ້ເກີດຄວາມ ປອດໄພເທິງທ້ອງຖະໜົນຫລາຍຂຶ້ນ ລວມເຖິງສາຍຮັດນິລະໄພ. ນີ້ແມ່ນການຕໍ່ຍອດຂອງເຕັກໂນໂລຊີສາຍຮັດທີ່ນຳມາໃຊ້ກວດຈັບອັດຕາການຫາຍໃຈ ແລະ ການເຕັ້ນຂອງຫົວໃຈເພື່ອເຕືອນຄົນຂັບລົດກ່ອນທີ່ຈະເລີ່ມຫລັບໃນ. ອັດຕາການເຕັ້ນຂອງຫົວໃຈ ແລະ ອັດຕາການຫາຍໃຈຖືເປັນໂຕວັດແທກຄວາມອິດເມື່ອຍອ່ອນເພຍໄດ້ດີ ເມື່ອຄົນເລີ່ມອ່ອນເພຍ ຫລື ເຫງົານອນ ສອງສິ່ງນີ້ກໍຈະເລີ່ມຫລຸດຕໍ່າລົງ. ອຸປະກອນຕົ້ນແບບດັ່ງກ່າວມີຊື່ວ່າ : HARKEN ພັດທະນາຂຶ້ນໂດຍ Biomechanics Institute (IBV) ຈາກເມືອງບາເລນຊີ ປະເທດແອັດສະປາຍ ພາຍໃຕ້ເງິນທຶນສະໜັບສະໜຸນຈາກສະຫະພາບເອີຣົບ. ລະບົບຈະໃຊ້ເຊັນເຊີວັດແທກອັດຕາການເຕັ້ນຂອງຫົວໃຈຝັງລົງໄປໃນສາຍຮັດນິລະໄພ, ສ່ວນເຊັນເຊີວັດແທກອັດຕາການເຕັ້ນຂອງຫົວໃຈນັ້ນຈະຝັງໄວ້ເທິງຜ້າປົກເບາະ ທັງສອງນີ້ຈະເຝົ້າຕິດຕາມວັດແທກຂໍ້ມູນແບບ real-time ແລ້ວສົ່ງໄປຍັງໜ່ວຍປະມວນຜົນທີ່ໃສ່ໄວ້ກ້ອງບ່ອນນັ່ງ ເມື່ອມັນກວດພົບວ່າທ່ານເລີ່ມອິດເມື່ອຍອ່ອນເພຍຈົນອາດເກີດອາການຫລັບໃນ ລະບົບກໍຈະສົ່ງສັນຍານເຕືອນທັນທີ ກ່ອນທີ່ລົດຈະ ສູນເສຍການຄວບຄຸມ.
ແນ່ນອນວ່າລະບົບນີ້ກາຍເປັນສິ່ງທີ່ບໍ່ຈຳເປັນຖ້າຫາກລົດບໍ່ມີຄົນຂັບເລີ່ມວາງຈຳໜ່າຍ, ແຕ່ກໍບໍ່ແມ່ນວ່າທຸກຄົນຈະຊື້ລົດບໍ່ມີຄົນຂັບໄດ້ ເຊິ່ງຕ້ອງໃຊ້ເວລາອີກຫລາຍປີກ່ວາຈະໄດ້ຮັບຄວາມນິຍົມ ຈຶ່ງມີໂອກາດທີ່ຈະພັດທະນາເຕັກໂນໂລຊີນີ້ໃຫ້ກາຍເປັນມາດ ຕະຖານສຳລັບລົດທົ່ວໄປ ເຊິ່ງຈະຊ່ວຍຮັກສາຊີວິດຄົນຈາກອຸປະຕິເຫດໄດ້ດີຫລາຍ.
ເຖິງວ່າຕອນນີ້ມັນປະສົບຄວາມສຳເລັດໃນການທົດລອງໃນເສັ້ນທາງປິດ ເຊິ່ງທາງທີມງານວາງແຜນທີ່ຈະທົດລອງໃນຖະໜົນແທ້ໃນໄວໆນີ້ ຫລັງຈາກນັ້ນກໍຈະເລີ່ມນຳເອົາລະບົບນີ້ມາຂາຍໃນບໍ່ມໍ່ໆນີ້.