ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ

ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ - 020102 2018 - ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ
ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ - kitchen vibe - ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ

ສຳນັກງານຄວບຄຸມຄວາມປອດໄພດ້ານການຂົນສົ່ງຂອງສະຫະລັດອາເມລິກາ ຫລື TSA  ປະກາດຫ້າມບໍ່ໃຫ້ຜູ້ໂດຍສານນຳເອົາເຄື່ອງໃຊ້ເອເລັກໂຕຣນິກ ເຊັ່ນ : ໂທລະສັບມືຖື, ແທັບເລັດ ທີ່ບໍ່ມີພະລັງງານແບັດເຕີຣີຖືຂຶ້ນເຮືອບິນເຂົ້າສະຫະລັດອາເມລິກາ.

ມາດຕະການໃໝ່ຫລ້າສຸດຂອງ TSA  ມີຂຶ້ນຫລັງມີຄຳເຕືອນເຖິງສາເຫດການໂຈມຕີທີ່ອາດເກີດຈາກກໍ່ການຮ້າຍອັລກໍອິດະຈາກ ເຢເມນ ແລະ ກຸ່ມ ອັລ ນູຊາຣາ ຟຣອນ  (Al-Nusra Front)  ໃນຊິຣີ ທີ່ມີຄວາມເປັນໄປໄດ້ທີ່ຈະແປງອຸປະກອນເອເລັກໂຕຣນິກໃນຊີວິດປະຈຳວັນ ເຊັ່ນ : ໄອແພັດ  ໃຫ້ເປັນລະເບີດຖືຂຶ້ນເຮືອບິນເຂົ້າສະຫະລັດອາເລິກາ ໂດຍຜູ້ກໍ່ການຮ້າຍຈະຖືພາສປອດກຸ່ມປະເທດອີຢູ ເຊິ່ງມາດຕະການໃໝ່ນີ້ໄດ້ຖືກໃຊ້ກັບສະໜາມບິນໃນອັງກິດແລ້ວ ໂດຍຜູ້ໂດຍສານຂາເຂົ້າສະຫະລັດ  ອາເມລິກາຈາກສະໜາມບິນໃນອັງກິດຈະຕ້ອງຖືກກວດຄົ້ນທຸກໆບ່ອນ ແລະ ຮ້ອງຂໍໃຫ້ຜູ້ໂດຍສານແຕ່ລະຄົນເປີດອຸປະກອນເອເລັກໂຕຣນິກໃຫ້ເຈົ້າໜ້າທີ່ກວດ ໃນຂະນະທີ່ທາງເຈົ້າໜ້າທີ່ກວດເກີບ ແລະ ເຄື່ອງນຸ່ງຂອງຜູ້ໂດຍສານເພື່ອຫາລະເບີດນຳ.

ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ - Visit Laos Visit SALANA BOUTIQUE HOTEL - ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ

ມາດຕະການໃໝ່ທີ່ອອກມານີ້ແມ່ນເພື່ອຢາກເສີມຄວາມເຂັ້ມງວດດ້ານຄວາມປອດໄພໃນການເດີນທາງໆອາກາດ ແຕ່ເຖິງແນວໃດກໍຈະບໍ່ເປີດເຜີຍເຖິງລາຍລະອຽດທີ່ບໍລິສັດສາຍການບິນ ແລະ ສະໜາມບິນຕ່າງຊາດຕ້ອງປະຕິບັດ ທັງມາດຕະການທີ່ເປີດເຜີຍສູ່ສາທາລະນະ ແລະ ມາດຕະການລັບນັ້ນໄດ້ແຈ້ງໄປຍັງທຸກພາກສ່ວນທີ່່ກ໋ຽວຂ້ອງໃຫ້ຮັບຮູ້ແລ້ວ.

ສະຖານີໂທລະພາບ MSNBC ລາຍງານຕື່ມວ່າ : ໜ້າທີ່ຂອງເຮົາແມ່ນການປ້ອງກັນການໂຈມຕີຂອງອັລກໍອິດະຄັ້ງຕໍ່ໄປ ບໍ່ແມ່ນແຕ່ການລ້ອມຄອກຈາກເຫດໂຈມຕີຫລ້າສຸດ ແລະ ເຮົາຮູ້ວ່າຍັງມີການຄວບຄຸມຈາກອົງການກໍ່ການຮ້າຍທີ່ເປັນໄພຕໍ່ສະຫະລັດອາເມລິກາ ແລະ ມີຄວາມເປັນໄປໄດ້ຫລາຍທີ່ສຸດຕໍ່ການເດີນທາງໆອາກາດ ແລະ ເຮົາຄິດວ່າມີຄວາມຈຳເປັນທີ່ຕ້ອງເຂັ້ມງວດການຮັກສາຄວາມປອດໄພຈາກສະໜາມບິນຕ່າງຊາດ ຈຸດສຸດທ້າຍກ່ອນທີ່ເຮືອບິນຈະເດີນທາງເຂົ້າສູ່ສະຫະລັດ ອາເມລິກາ ແລະ ສະຫະລັດອາເມລິກາຍັງຄົງປະເມີນສະຖານະການນີ້ຢ່າງຕໍ່ເນື່ອງ.

ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ - 5 - ຫ້າມໂທລະສັບແບັດໝົດຂຶ້ນເຮືອບິນເຂົ້າອາເມລິກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!