ລ້ຽງລູກແນວໃດໃຫ້ແຂງແຮງມີພູມຕ້ານທານສູງ
- ສຸຂະພາບຂອງແມ່ກໍເປັນສິ່ງສໍາຄັນອັນດັບໜຶ່ງ: ຂັ້ນທໍາອິດຕ້ອງເບິ່ງແຍງແມ່ກ່ອນ ແມ່ຕ້ອງໃສ່ໃຈ ແລະ ເບິ່ງແຍງຕົວເອງໃຫ້ມີສຸຂະພາບດີຢູ່ສະເໝີ ດ້ວຍການກິນອາຫານທີ່ຖືກຕ້ອງຕາມຫຼັກໂພຊະນາການ ຫຼື ກິນໃຫ້ຄົບ 5 ໝູ່ເຊັ່ນ: ແມ່ທີ່ຢູ່ໃນລະຫວ່າງໃຫ້ນົມລູກຄວນດື່ມນໍ້າໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ກໍຄືຄວນດື່ມນໍ້າທໍາມະດາໃຫ້ໄດ້ມື້ລະ 8-10 ຈອກ ແລະ ງົດດື່ມເຄື່ອງດື່ມທີ່ມີແອວກໍຮໍ, ງົດສູບຢາ ລວມເຖິງໝັ່ນອອກກໍາລັງກາຍສະໝໍ່າສະເໝີ ເພື່ອເຮັດໃຫ້ຮ່າງກາຍແຂງແຮງຢູ່ສະເໝີ ເພາະຖ້າແມ່ມີສຸຂະພາບກາຍ ແລະ ສຸຂະພາບຈິດດີ ຍ່ອມສົ່ງຜົນໃຫ້ແມ່ເບິ່ງແຍງລູກໄດ້ຢ່າງສົມບູນດ້ວຍເຊັ່ນກັນ.
- ນົມແມ່ເປັນ “ສຸດຍອດຂອງອາຫານ” ທີ່ແສນປະຢັດ: ໂດຍໃຫ້ຄຸນຄ່າທາງໂພຊະນາການ ມີສານອາຫານຄົບຖ້ວນໃນປະລິມານທີ່ເໝາະສົມ ປາສະຈາກສິ່ງປອມປົນທີ່ເປັນອັນຕະລາຍຕໍ່ລູກ ນໍ້ານົມແມ່ຍັງມີສານທີ່ໃຫ້ພູມຄຸ້ມກັນກັບຮ່າງກາຍ ປຽບເໝືອນວັກຊິນທໍາມະດາທີ່ຊ່ວຍປ້ອງກັນລູກບໍ່ໃຫ້ເຈັບເປັນໄດ້ງ່າຍ ລູກທີ່ກິນນົມແມ່ຈະມີການພັດທະນາໃນເລື່ອງ IQ ສູງ ສຸຂະພາບແຂງແຮງອີກດ້ວຍ.
3. ກິນອາຫານໃຫ້ຄົບ 5 ໝູ່ທຸກມື້: ພໍ່ແມ່ຄວນເລືອກອາຫານທີ່ໃຫ້ສານອາຫານຄົບຖ້ວນຕາມໄວຂອງລູກ ຄວນເປັນເມນູທີ່ມີສ່ວນປະສົມແຕກຕ່າງກັນໄປໃນແຕ່ລະມື້ ເພື່ອໃຫ້ລູກນັ້ນໄດ້ສານອາຫານທີ່ຫຼາກຫຼາຍ ມີເມນູບໍ່ໜ້າເບື່ອທີ່ສໍາຄັນຄວາມມີຜັກ ແລະ ໝາກໄມ້ຢູ່ນຳສະເໝີ ສໍາລັບອາຫານທີ່ຄວນຫຼີກເວັ້ນຄື: ນໍ້າຕານ, ເກືອ ແລະ ໄຂມັນ.
4. ມີຄວາມໝັ້ນໃຈ: ສິ່ງສໍາຄັນພໍ່ແມ່ຕ້ອງໝັ້ນໃຈໃນການລ້ຽງລູກຂອງຕົນເອງວ່າ ສາມາດເບິ່ງແຍງລູກໃຫ້ເຕີບໃຫຍ່ຂຶ້ນຢ່າງມີຄຸນນະພາບ ບົດບາດໃນການລ້ຽງດູລູກບໍ່ໄດ້ຂຶ້ນຢູ່ກັບແມ່ ຫຼື ພໍ່ພຽງຝ່າຍດຽວເທົ່ານັ້ນ ທັງສອງຝ່າຍຄວນໃຫ້ຄວາມຮັກໃຫ້ເວລາຢູ່ກັບລູກ, ຊື່ນຊົມເມື່ອລູກປະສົບຜົນສໍາເລັດ, ເບິ່ງແຍງລູກຢ່າງໃກ້ຊິດ ພຽງເທົ່ານີ້ລູກໆກໍສາມາດຈະເຈີນເຕີບໃຫຍ່ເປັນເດັກດີ ແລະ ເປັນຜູ້ໃຫຍ່ທີ່ດີໃນສັງຄົມຕໍ່ໄປ.
5. ຊ່າງສັງເກດ ແລະ ໃສ່ໃຈລູກ: ການທີ່ຊ່າງສັງເກດຈະຊ່ວຍໃຫ້ແກ້ບັນຫາໃນຫຼາຍໆເລື່ອງໃຫ້ລູກໄດ້ ບໍ່ວ່າຈະເປັນຍາມທີ່ລູກເຈັບເປັນກໍສາມາດພາໄປຫາແພດໝໍໄດ້ທັນເວລາ.
ສິ່ງສໍາຄັນໃນການລ້ຽງລູກຂໍໃຫ້ພໍ່ແມ່ເນັ້ນເລື່ອງການພັດທະນາການຂອງລູກໃຫ້ຄອຍສັງເກດ ແລະ ສົ່ງເສີມໃຫ້ລູກມີພັດທະນາການທີ່ດີສົມໄວ ລ້ຽງດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ, ເອົາໃຈໃສ່ ສາມາດຢືດຫຍຸ່ນໄດ້ແດ່ຕາມຄວາມເໝາະສົມ ໝັ່ນສ້າງບັນຍາກາດທີ່ອົບອຸ່ນໃນບ້ານໃຫ້ເກີດຂຶ້ນສະເໝີ ພ້ອມກັບການປະຕິບັດດັ່ງທີ່ກ່າວມາທັງໝົດນີ້ ລູກກໍຈະມີຄວາມພ້ອມທັງກາຍ ແລະ ໃຈ ສາມາດເຕີບໃຫຍ່ຂຶ້ນໃນສັງຄົມໄດ້ຢ່າງໝັ້ນຄົງ.