ລັດຖະບານຊີຣີປະນາມອາເມລິກາ ຂີ້ຕົວະຂໍ້ກ່າວຫາໃຊ້ອາວຸດເຄມີ

ລັດຖະບານຊີຣີປະຕິເສດຂໍ້ກ່າວຫາຂອງອາເມລິກາເລື່ອງການໃຊ້ອາວຸດເຄມີ ວ່າບໍ່ມີຫລັກຖານອ້າງອີງ ແລະ ຢືນຢັນການສົ່ງມອບອາວຸດເຄມີໃຫ້ອົງການກາງລະຫວ່າງປະເທດນຳໄປທຳລາຍທັງໝົດແລ້ວ.
https://twitter.com/PressTV/status/959878552379371520
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງດາມັດກັດ ປະເທດຊີຣີ ໃນວັນທີ 4 ກຸມພາວ່າ: ກະຊວງການຕ່າງປະເທດຊີຣີອອກຖະແຫລງການໃນວັນທີ 3 ກຸມພາ ປະນາມຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງຂອງອາເມລິກາ ວ່າລັດຖະບານຊີຣີໃຊ້ອາວຸດເຄມີເຂັ່ນຂ້າປະຊາຊົນໃນເຂດກູຕາຕາເວັນອອກ ນອກນະຄອນຫລວງດາມັດກັດ ເຊິ່ງເປັນພື້ນທີ່ພຽງບໍ່ເທົ່າໃດແຫ່ງອ້ອມເມືອງຫລວງ ທີ່ຍັງຢູ່ພາຍໃຕ້ການຍຶດຄອງຂອງກອງກຳລັງຝ່າຍຕໍ່ຕ້ານລັດຖະບານ.
The US government is now absurdly claiming, Iraq WMDs style, that Syria has chemical weapons that could spread "to U.S. shores."
An anonymous US official threatened, "We reserve the right to use military force."https://t.co/yCGTy31aj7 pic.twitter.com/t3eNbYde6k
— Ben Norton (@BenjaminNorton) February 2, 2018
ນອກຈາກນີ້ ລັດຖະບານດາມັດກັດຍັງວິຈານຄຳຖະແຫລງຂອງ ພົນເອກ ເຈມ ແມດທິສ ຮອງລັດຖະມົນຕີປ້ອງກັນປະເທດອາເມລິກາ ເຊິ່ງກ່າວເຖິງເລື່ອງນີ້ໃນວັນທີ 2 ກຸມພາ ໂດຍອ້າງອີງຫລັກຖານຈາກແຫລ່ງຂ່າວໃນກອງກຳລັງກະບົດສາຍກາງ ແລະ ໜ່ວຍງານເອັນຈີໂອພາກສະໜາມວ່າ: ເຖິງວ່າເຈົ້າໜ້າທີ່ລະດັບສູງສຸດຂອງອາເມລິກາຍັງຮູ້ຢູ່ວ່າຂໍ້ກ່າວຫານັ້ນບໍ່ມີຫລັກຖານອ້າງອີງ, ພ້ອມທັງເນັ້ນວ່າ: ຊີຣີສົ່ງມອບອາວຸດເຄມີທັງໝົດທີ່ມີຢູ່ໃຫ້ກັບອົງການເພື່ອການຫ້າມໃຊ້ອາວຸດເຄມີ (OPW) ຕາມຂໍ້ຕົກລົງຮ່ວມລະຫວ່າງອາເມລິກາກັບຣັດເຊຍ ໃນປີ 2013.