ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ

ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ - 1517719777857 960x0 - ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ
ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ - kitchen vibe - ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ

ກຸ່ມ​ປະ​ເທດຜູ້​ບໍລິຈາກ​ຖະ​ແຫລ​ງວ່າ: ຈະ​ຈັດ​ສັນ​ເງິນ 2.300 ລ້ານ​ໂດ​ລາສະຫະລັດ ​ເພື່ອ​ເປັນ​ທຶນ​ສະໜັບສະໜູນ​ການ​ສຶກສາ​ສຳລັບ​ປະ​ເທດ​ກຳລັງ​ພັດທະນາ ພາຍຫລັງ​ກອງ​ປະຊຸມ​ລະຫວ່າງ​ປະ​ເທດ ທີ່​ນະຄອນຫລວງ​ດາ​ກາ ຂອງ​ເຊ​ເນ​ກັດ.

ກຸ່ມ​ຫຸ້ນ​ສ່ວນ​ໂລກ​ເພື່ອ​ການ​ສຶກສາ (GPE) ປະກອບ​ດ້ວຍ​ປະ​ເທດ​ຜູ້​ບໍລິຈາກ, ອົງການ​ສາກົນ ​ແລະ ພາກ​ເອກະ​ຊົນ ຈະ​ເພີ່ມທຶນ​ສະໜັບສະໜູນ 1.300 ລ້ານ​ໂດ​ລາ​ສະຫະລັດ ຂອງ​ເງິນ​ສະໜັບສະໜູນ​ໃນ​ໄລຍະ​ສາມ​ປີຜ່ານມາ. ທາງ​ດ້ານ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ຖະ​ແຫລ​ງວ່າ: ຈະ​ຈັດ​ສັນ​ງົບປະມານ​ພາກ​ລັດ​ເພື່ອ​ການ​ສຶກສາ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ​ໃນ​ໄລຍະ​ປີ 2018-2020 ລວມ​ເປັນ 110.000 ລ້ານ​ໂດ​ລາ​ສະຫະລັດ ຈາກ 80.000 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ໄລຍະ​ສາມ​ປີ​ກ່ອນ. ອະດີດ​ນາຍົກລັດຖະມົນຕີ ຈູ​ເລຍ ກິລາດ ຂອງ​ອົດ​ສະຕຣາລີ ​ເຊິ່ງ​ເປັນ​ປະທານ​ກຸ່ມ GPE ຖະ​ແຫລ​ງວ່າ: ​ເພື່ອ​ເປັນ​ຫລັກ​ປະກັນ​ໃຫ້​ເດັກ ​ແລະ ​ເຍົາວະ​ຊົນ​ທຸກ​ຄົນ​ເຂົ້າ​ເຖິງ​ການ​ສຶກສາ​ຢ່າງ​ມີ​ຄຸນ​ນະພາ​ບ. ປະທານາທິບໍດີ ​ເອມາ​ນູ​​ແອ​ລ ມາຄຣົງ ຜູ້ນຳ​ຝຣັ່ງ ​ເຊິ່ງ​ເປັນ​ປະທານ​ຮ່ວມ​ໃນ​ກອງ​ປະຊຸມ​ກັບ​ປະທານາທິບໍດີ​ເຊ​ເນ​ກັດ ຖະ​ແຫລ​ງວ່າ: ຝຣັ່ງຈະ​ຈັດ​ສັນ​ທຶນ​ເພີ່ມ​ອີກ​ເປັນ 250 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ໄລຍະ 3 ປີ ​ໂດຍ​ມີ​ສະຫະ​ລາຊະ​ອານາຈັກ​ເປັນ​ຜູ້​ບໍລິຈາກ​ລາຍ​ໃຫຍ່​ທີ່​ສຸດ 520 ລ້ານ​ໂດ​ລາ​ສະຫະລັດ.

ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ - Visit Laos Visit SALANA BOUTIQUE HOTEL - ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ
ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ - Visit Laos Visit SALANA BOUTIQUE HOTEL - ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ
ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ - 4 - ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ
ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ - 3 - ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ
ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ - 5 - ປະເທດຜູ້ບໍລິຈາກມອບເງິນ 2.300 ລ້ານໂດລາ ຊ່ວຍການສຶກສາໂລກທີສາມ