ມາດຣິດ ຍອມເພີ່ມຄ່າເມື່ອຍ ໃຫ້ກັບ ໂຣນັລໂດ ກ້ອນໃຫຍ່
ຣີລ ມາດຣິດ ທີມຍັກໃຫຍ່ໃນ ລາລີກາ ສະເປນ ຍອມຮັບຂໍ້ຮຽກຮ້ອງຈາກ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຕົວສຳຄັນ ໃນເລື່ອງສັນຍາສະບັບໃໝ່ແລ້ວ ຕາມການລາຍງານຂອງເອບີຊີ ສື່ໃນສະເປນ ໃນວັນທີ 3 ກຸມພາ.
ກ່ອນໜ້ານີ້ ໂຣນັລໂດ ຕົກເປັນຂ່າວຢ່າງຕໍ່ເນື່ອງ ວ່າຕ້ອງການຄ່າເມື່ອຍເພີ່ມຂຶ້ນ ຫລື ບໍ່ຢ່າງນັ້ນຈະຂໍອຳລາຖິ່ນຊານຕິໂອ ເບນາເບວ ຫລັງມີຂ່າວພົວພັນກັບ ປາຣີ ແຊງແຊກແມງ ທີມໃນລີກເອິງ ຝຣັ່ງ, ເຊລຊີ ແລະ ແມນເຊັສເຕີ ຢູໄນເຕັດ.
ຢ່າງໃດກໍຕາມ, ຫລ້າສຸດອະນາຄົດຂອງບັນລົງດໍ 5 ສະໄໝ ອາຍຸ 32 ປີ ເບິ່ງຈະເຄຍແລ້ວ ຫລັງ ຣີລ ມາດຣິດ ຍອມເພີ່ມຄ່າເມື່ອຍໃຫ້ເປັນປີລະ 26,5 ລ້ານປອນ ເພີ່ມຈາກສັນຍາເກົ່າຂຶ້ນ 8 ລ້ານປອນ. ຖ້າຫາກຂ່າວດັ່ງກ່າວເປັນຄວາມຈິງ ຈະເຮັດໃຫ້ ໂຣນັລໂດ ໄດ້ຮັບຄ່າເມື່ອຍໃນລະດັບທີ່ໃກ້ ຄາຣີ, ແຕ່ຍັງໜ້ອຍກວ່າ ເມສຊີ ກອງໜ້າຂອງ ບາເຊໂລນາ ທີ່ໄດ້ຫລາຍທີ່ສຸດໃນໂລກປີລະ 40,5 ລ້ານປອນ.