ກຳມະການຫົວຮ້ອນຈົກໃບແດງໂລເລ ຖືກຫ້າມລົງຕັດສິນ 6 ເດືອນ
ໂທນີ ຊາປຣ໊ອງ ກຳມະການ ຖືກຫ້າມລົງຕັດສິນເປັນເວລາ 6 ເດືອນ ຫລັງໄປເຕະກອງຫລັງຂອງ ນ໋ອງ ໃນນັດທີ່ເສຍໃຫ້ ປາຣີ ໃນເດືອນມັງກອນຜ່ານມາ ຈາກກໍລະນີທີ່ລຸກຂຶ້ນມາເຕະຄືນ ພ້ອມທັງຈົກໃບເຫລືອງທີ 2 ໄລ່ນັກເຕະຄົນດັ່ງກ່າວອອກຈາກສະໜາມ ແບບຜູ້ຊົມງົງທັງສະໜາມ.
ເຫດການດັ່ງກ່າວເກີດຂຶ້ນໃນນັດທີ່ ນ໋ອງ ເປີດບ້ານເສຍໃຫ້ ປາຣີ ແຊງແຊກແມງ 0-1 ໃນວັນທີ 14 ມັງກອນຜ່ານມາ ໃນໄລຍະທ້າຍເກມ ຄາລອສ ພະຍາຍາມແລ່ນລົງໄປຊ່ວຍທີມ ຈາກການສວນກັບຂອງຄູ່ແຂ່ງ ແຕ່ກັບໄປຕຳກັບກຳມະການຈົນລົ້ມລົງ, ແຕ່ຜູ້ຕັດສິນເກີດອາລົມໃຈຮ້າຍ ກ່ອນເຕະສວນໃສ່ຂາຂອງນັກເຕະຄົນດັ່ງກ່າວ ກ່ອນຈະລຸກຂຶ້ນມາຈົກໃບເຫລືອງທີ 2 ໄລ່ອອກຈາກສະໜາມ.
ຫລັງຈົບການແຂ່ງຂັນ ວາເລນຕິນ ຣອຍເກຍ ກອງໜ້າຂອງ ນ໋ອງ ອອກມາໃຫ້ສຳພາດວ່າ: ເພື່ອນຮ່ວມທີມຂອງລາວບໍ່ໄດ້ມີເຈດຕະນາທຳຮ້າຍກຳມະການຢ່າງແນ່ນອນ. ນອກນັ້ນ ກຳມະການຄົນດັ່ງກ່າວຍັງຖືກຕໍ່ວ່າຢ່າງໜັກ ຈົນຫລ້າສຸດລີກບານເຕະອາຊີບຂອງຝຣັ່ງ (ແອລແອຟເປ) ຕັດສິນລົງໂທດຫ້າມກຳມະການລົງຕັດສິນ 6 ເດືອນ.