ທາບທາມຮ່າງນິຕິກຳໃນຂະແໜງການຕ່າງປະເທດຂັ້ນທ້ອງຖິ່ນໃຫ້ບັນດາແຂວງພາກກາງ

ໃນວັນທີ 29-30 ມັງ ກອນນີ້, ກະຊວງການຕ່າງ ປະເທດໄດ້ຈັດກອງປະຊຸມ ເຜີຍ ແຜ່ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງນິຕິກຳກ່ຽວກັບຂະແໜງ ການຕ່າງປະເທດຂັ້ນທ້ອງຖິ່ນຂຶ້ນທີ່ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາ ທ່ານ ຮອງເຈົ້າແຂວງ, ຮອງປະ ທານ ສະພາປະຊາຊົນແຂວງ ແລະ ຜູ້ຕາງໜ້າຈາກຂະແໜງ ການຕ່າງໆທີ່ກ່ຽວຂ້ອງຈາກ ແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ, ຊຽງ ຂວາງ, ບໍລິຄຳໄຊ ແລະ ນະ ຄອນຫຼວງວຽງຈັນເຂົ້າຮ່ວມ ເພື່ອຮັບຟັງການເຜີຍແຜ່ກົດ ໝາຍໃໝ່ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ເຊິ່ງເປັນກົດ ໝາຍທີ່ຮ່າງຂຶ້ນໂດຍກະຊວງ ການຕ່າງປະເທດ ທີ່ໄດ້ຜ່ານ ການຮັບຮອງຈາກສະພາແຫ່ງ ຊາດໃນເດືອນພຶດສະພາ 2017 ແລະ ຖືກປະກາດໃຊ້ໂດຍປະ ທານປະເທດ ເມື່ອວັນທີ 18 ພະຈິກ 2017 ຜ່ານມາ ເພື່ອ ສ້າງຄວາມຮັບຮູ້ ແລະ ຄວາມ ເຂົ້າໃຈເປັນ ເອກະພາບໃນການ ຈັດຕັ້ງປະຕິບັດກົດໝາຍດັ່ງ ກ່າວລະຫວ່າງສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມຍັງໄດ້ ແລກ ປ່ຽນຄວາມຄິດເຫັນກ່ຽວ ກັບຫຼັກການ ແລະ ລະບຽບ ການ ໃນການສ້າງ ແລະ ຈັດ ຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາ ສາກົນຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍ ໂດຍການສົມ ທຽບ ໃສ່ການປະຕິບັດວຽກ ງານດັ່ງກ່າວໃນໄລຍະຜ່ານ ມາ. ກົດໝາຍສະບັບນີ້ ເປັນ ບ່ອນອີງທີ່ສໍາຄັນໃຫ້ແກ່ບັນ ດາອົງການຂັ້ນທ້ອງຖິ່ນໃນ ການຮ່ວມມືກັບຕ່າງປະເທດ ແລະ ເຊື່ອມໂຍງທາງດ້ານເສດ ຖະກິດກັບພາກພື້ນ. ການສ້າງ ກົດໝາຍສະບັບນີ້ເປັນບາດ ກ້າວອັນສຳຄັນໃນການພັດທະນາຂະແໜງການຕ່າງປະເທດໄປສູ່ການຄຸ້ມຄອງດ້ວຍກົດ ໝາຍ ແລະ ລະບຽບການ ໂດຍ ສະເພາະແມ່ນການຄຸ້ມຄອງ ວຽກງານສົນທິສັນຍາ ແລະ ສັນຍາສາກົນໃຫ້ເປັນເອກະ ພາບໃນຂອບເຂດທົ່ວປະເທດ, ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດນະໂຍບາຍການ ຕ່າງປະເທດຂອງພັກ-ລັດໃຫ້ ໄດ້ຮັບຜົນດີຍິ່ງຂຶ້ນ.
+ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ຊັບສິນທາງປັນຍາສະບັບປັບປຸງ
+ທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນ
ຈາກນັ້ນ ບັນດາຜູ້ແທນກອງປະຊຸມໄດ້ ພ້ອມກັນສືບຕໍ່ຄົ້ນຄວ້າ, ປຶກສາ ຫາລື ແລະ ແລກປ່ຽນຄວາມ ຄິດເຫັນຢ່າງຫ້າວຫັນໃສ່ ຮ່າງ ຂໍ້ ຕົກລົງວ່າດ້ວຍການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງ ພະແນກການຕ່າງປະເທດ ຂອງແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງວ່າ ດ້ວຍ ມາດຕະຖານຫົວໜ້າພະ ແນກການຕ່າງປະເທດຂອງ ແຂວງ, ນະຄອນຫຼວງ. ສອງ ຮ່າງນິຕິກຳດັ່ງກ່າວແມ່ນມີ ຄວາມສຳຄັນ ເຊິ່ງຈະກຳນົດ ທີ່ຕັ້ງ, ພາລະບົດບາດ, ໂຄງ ປະກອບການຈັດຕັ້ງ, ຂອບ ເຂດສິດ, ໜ້າທີ່ ແລະ ແບບ ແຜນວິທີການເຮັດວຽກ ຂອງພະແນກການຕ່າງປະ ເທດຂອງແຂວງ, ນະຄອນ ຫຼວງລວມທັງການແບ່ງຂັ້ນ ຄຸ້ມຄອງວຽກງານການຕ່າງປະເທດລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ຂຶ້ນຕື່ມ ແລະ ກຳນົດມາດ ຕະຖານ, ເງື່ອນໄຂ, ສິດ ແລະ ໜ້າທີ່ຂອງຫົວໜ້າພະແນກ ການຕ່າງປະເທດຂອງ ແຂວງ, ນະຄອນຫຼວງ ໂດຍ ສອດຄ່ອງກັບກົດໝາຍວ່າ ດ້ວຍລັດຖະບານ ປີ 2016, ກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນ ປີ 2015, ກົດ ໝາຍວ່າດ້ວຍພະນັກງານ- ລັດຖະກອນ ປີ 2015, ກົດ ໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນປີ 2017, ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງ ກະຊວງການຕ່າງປະເທດປີ 2017 ແລະ ນິຕິກຳທີ່ກ່ຽວ ຂ້ອງອື່ນໆ.