ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ

ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ - Mining - ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ
ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ - kitchen vibe - ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ

ໃນໂອກາດກອງປະຊຸມເວທີປືກສາຫາລືການຮ່ວມມືລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນວັນທີ 2 ກຸມພານີ້, ທີ່ນະຄອນຫລວງວຽງຈັນ. ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ສປຈີນ ເປັນຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ເປັນກໍາລັງແຮງທີ່ສໍາຄັນໃນກອບການຮ່ວມມືທີ່ສອງພັກ, ສອງລັດ ແລະ ສອງຂະແໜງການໄດ້ຕົກລົງກັນຢູ່ໃນສັນຍາມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່, ຊຶ່ງມາຮອດປັດຈຸບັນ, ສປປ ລາວ-ສປ ຈີນ ໄດ້ມີການຮ່ວມມືກັນພັດທະນາອຸດສະຫະກໍາພະລັງງານໄຟຟ້າທີ່ຢູ່ໃນໄລຍະດໍາເນີນການຜະລິດແລ້ວ 9 ໂຄງການຄື: ໂຄງການນໍ້າລີກ 1, 2, ໂຄງການນໍ້າງື່ມ 5, ໂຄງການນໍ້າງຽບ 2, ໂຄງການນໍ້າອູໄລຍະທີ່ 1 (ນໍ້າອູ 2,5,6), ນໍ້າມັງ1, ນໍ້າໄຜ່, ນໍ້າແບ່ງ ແລະ ພວມດໍາເນີນການກໍ່ສ້າງອີກ 10 ກວ່າໂຄງການ ແລະ ສະເພາະການຮ່ວມມືກໍ່ສ້າງສາຍສົ່ງໄຟຟ້າ 230KV ແລະ 500 KV ມີຈໍານວນ 8 ໂຄງການ. ສ່ວນດ້ານບໍ່ແຮ່ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ມາຮອດປັດຈຸບັນມີ 52 ໂຄງການທີ່ພວມດໍາເນີນການຂຸດຄົ້ນ ແລະ ປຸງແຕ່ງ, ພ້ອມນີ້, ຍັງມີຫລາຍກວ່າ 20 ໂຄງການພວມຢູ່ໃນໄລຍະການສໍາຫລວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ.

ທ່ານລັດຖະມົນຕີ ​ໃຫ້​ຮູ້ວ່າ: ໄລ່ມາຮອດປັດຈຸບັນ, ກາ​ນຮ່ວມ​ມື​ໃນ​ດ້ານ​ພະລັງງານ ​ແລະ ບໍ່​ແຮ່ ລະຫວ່າງສອງປະເທດລາວ ​ແລະ ຈີນ ລວມມືມູນຄ່າຫລາຍກວ່າ 10 ຕື້ໂດລາສະຫະລັດ, ຊຶ່ງຈະເປັນເງື່ອນໄຂອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວເຮົາໃຫ້ເຕີບໃຫຍ່ຂະຫຍາຍຕົວ.

ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ - Visit Laos Visit SALANA BOUTIQUE HOTEL - ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ
ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ - Visit Laos Visit SALANA BOUTIQUE HOTEL - ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ
ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ - 5 - ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ
ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ - 4 - ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ
ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ - 3 - ຈີນ​ຄູ່ຮ່ວມມືທີ່ແຂງແຮງໃນຂະແໜງພະລັງງານ-ບໍ່ແຮ່ຢູ່ລາວ