SHARP ນຳສະເໜີຜະລິດຕະພັນໃໝ່
February 4, 2018 - 4:30 PM

ວັນທີ 2 ກຸມພາ ນີ້, ຢູ່ສູນໄອ ໂມບາຍ, ບ້ານ ຫັດສະດີ ເມືອງ ຈັນທະບູລີນະຄອນຫລວງ ວຽງຈັນໄດ້ມີພິທີນຳສະເໜີຜະ ລິດຕະພັນໃໝ່ຂອງສິນຄ້າຍີ່ ຫໍ້ SHARP ໂດຍຜູ້ຈັດການ ບໍລິສັດຊາບ ແລະ ບໍລິສັດສະ ຫຍາມອິນເຕີເນຊັນແນວ.
ກຳມະການ ຜູ້ຈັດການ ບໍລິສັດ SHARP ໃຫ້ຮູ້ວ່າ: ເຄື່ອງໃຊ້ໄຟຟ້າຍີ່ຫໍ້ SHARP, ເປັນຜະລິດຕະພັນໜຶ່ງທີ່ໄດ້ຮັບຄວາມນິຍົມຂອງໂລກ ແລະ ໄດ້ເຂົ້າມາຂະຫຍາຍຕະຫລາດໃນກຸ່ມປະເທດອາຊຽນ, ເຊິ່ງ ຢູ່ລາວເຮົາກໍໄດ້ຮັບຄວາມນິ ຍົມ ເຊັ່ນກັນໂດຍສະເພາະແມ່ນ ໂທລະພາບ, ເຄື່ອງໃຊ້ໄຟຟ້າ ໃນຄົວເຮືອນ ແລະ ເຄື່ອງຮັບ ໃຊ້ໃນສຳນັກງານຕ່າງໆ ທີ່ ສາມາດຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໄດ້ເປັນຢ່າງດີ.
+ ຜະລິດຕະພັນບຳລຸງຜົວ Eighteen ມາເປີດໂຕໃນລາວແລ້ວ
+ EPSON ນໍາສະເໜີຫລາຍຜະລິດຕະພັນສູ່ຕະຫລາດລາວ