ເສດຖະກິດຈີນເຕີບໃຫຍ່ 6,9% ໃນໄຕມາດທຳອິດປີນີ້
ປັກກິ່ງ 17 ເມສາ: ຂໍ້ມູນລັດຖະບານຈີນທີ່ເປີດເຜີຍໃນວັນທີ 17 ເມສານີ້ລະບຸວ່າ: ເສດຖະກິດຈີນຂະຫຍາຍຕົວ 6,9% ໃນໄຕມາດທຳອິດຂອງປີ 2017 ເຊິ່ງເປັນສັນຍານວ່າເສດຖະກິດຈີນທີ່ມີຂະໜາດໃຫຍ່ເປັນອັນດັບສອງຂອງໂລກເລີ່ມມີສະຖຽນລະພາບຫລາຍຂຶ້ນ.
ສຳນັກງານສະຖິຕິແຫ່ງຊາດຈີນລາຍງານຂໍ້ມູນເສດຖະກິດວ່າ: ເສດຖະກິດຈີນໃນໄຕມາດທຳອິດຂອງປີນີ້ຍັງຢູ່ໃນອັດຕາທີ່ຊົງຕົວ ແລະ ມີຄວາມກ້າວໜ້າດີຂຶ້ນ ແລະ ການປ່ຽນແປງໃນທາງບວກຍັງມີຂຶ້ນເລື້ອຍໆ ແລະ ຂະແໜງທຸລະກິດທີ່ເປັນປັດໄຈບົ່ງບອກສຳຄັນເຊິ່ງດີເກີນຂາດ. ຂໍ້ມູນສຳນັກງານສະຖິຕິແຫ່ງຊາດຈີນລະບຸວ່າ: ເສດຖະກິດຈີນທີ່ເຕີບໃຫຍ່ 6,9% ໃນໄຕມາດທຳອິດຂອງປີນີ້ຫລາຍກວ່າທີ່ຄາດຄະເນໄວ້ເລັກໜ້ອຍ ໂດຍໄດ້ແຮງໜູນຈາກການໃຊ້ຈ່າຍໂຄງການສາທາລະນູປະໂພກຂອງລັດ ແລະ ຕະຫລາດອະສັງຫາລິມະຊັບທີ່ມີທ່າອ່ຽງວ່າພວມເຕີບໃຫຍ່ຮ້ອນແຮງເກີນໄປ.