ເຜີຍແຜ່ດຳລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ
ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ທະນາຄານໂລກ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ຜັນຂະຫຍາຍດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ກໍຄືບັນດາຈຸດສຸມພັດທະນາຊົນນະບົດໃຫ້ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສັງຄົມຕ່າງໆ ຂຶ້ນໃນວັນທີ 2 ກຸມພານີ້ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພວງປາລີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພວງປາລີສັກ ປຣະວົງວຽງຄຳ ໃຫ້ຮູ້ວ່າ: ລັດຖະບານລາວ ໄດ້ຮັບການສະໜັບສະໜູນດ້ານວິຊາການຈາກທະນາຄານໂລກ ໄດ້ຮ່າງດຳລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາສະບັບໃໝ່ຂຶ້ນ ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ 16 ພະຈິກ 2017 ເປັນຕົ້ນມາ. ຄຽງຄູ່ກັນນັ້ນ, ລັດຖະບານກໍໄດ້ກຳນົດບັນດາຈຸດສຸມບູລິມະສິດໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕາມຂໍ້ຕົກລົງເລກທີ 65/ນຍ, ນິຕິກຳ 2 ສະບັບນີ້ ມີຄວາມໝາຍຄວາມສຳຄັນທີ່ສຸດສຳລັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ ສປປ ລາວ ຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລະ ພາຍໃຕ້ຂອບຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.
ໃນ 2 ທົດສະວັດຜ່ານມາ ລັດຖະບານໄດ້ຮ່ວມກັບຄູ່ຮ່ວມພັດທະນາ ສຸມຄວາມພະຍາຍາມແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດຂອງການພັດທະນາ ໄດ້ຮັບການຜັນຂະຫຍາຍເປັນຍຸດທະສາດແຫ່ງຊາດ ເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກ (NGPES) ເຮັດໃຫ້ ສປປ ລາວ ສາມາດບັນລຸຄາດໝາຍ MDGs ໃນການຫລຸດຜ່ອນຄວາມທຸກຍາກ ໃຫ້ຍັງເຫລືອພຽງ 23,7% ໃນປີ 2015 ເຊິ່ງເຄື່ອງມືໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດັ່ງກ່າວ ປະກອບມີຫລາຍຢ່າງ ໂດຍສະເພາະແມ່ນການສຳຫລວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ (LECS) ທີ່ສ້າງຖານຂໍ້ມູນເປັນບ່ອນອີງໃນການກຳນົດ 74 ເມືອງທຸກຍາກ, ໃນນັ້ນມີ 47 ເມືອງທຸກຍາກທີ່ສຸດ; ຕໍ່ມາລັດຖະບານໄດ້ອອກດຳລັດ ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ການພັດທະນາເລກທີ 285 ເຊິ່ງໄດ້ປ່ຽນແປງເປັນ ເລກທີ 309 ດຳລັດດັ່ງກ່າວໄດ້ໝົດຜົນບັງຄັບນຳໃຊ້ ໃນປີ 2015 ເຊິ່ງແມ່ນທ້າຍສະໄໝຂອງການຈັດຕັ້ງປະຕິບັດ MDGs.