ກອງປະຊຸມເວທີປຶກສາຫາລືການຮ່ວມມືລາວ-ຈີນໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ” ສໍາເລັດຜົນຢ່າງຈົບງາມ
ກອງປະຊຸມເວທີປຶກສາຫາລືການຮ່ວມມືລາວ-ຈີນໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ອັດລົງດ້ວຍຜົນສໍາເລັດຈົບງາມໃນວັນທີ 3 ກຸມພານີ້, ພາຍຫລັງດໍາເນີນມາເປັນເວລາ 2 ວັນ, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ໄຈ ມີງເຈົາ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນີດຈີນ, ປະທານສຳນັກຂ່າວສານຊິນຮວາ ສປຈີນ, ມີບັນດາການນຳຂັ້ນສູງພັກ-ລັດຈາກຂະແໜງການກ່ຽວຂ້ອງ ແລະ ນັກທຸລະກິດລາວ-ຈີນ ເຂົ້າຮ່ວມເປັນຈໍານວນຫລາຍ.
ກອງປະຊຸມສໍາຄັນນີ້, ເພື່ອຜັນຂະຫຍາຍຍຸດທະສາດຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນຂອງ ສປປ ລາວ ແລະ ຂໍ້ລິເລີມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປຈີນ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານໃຫ້ກ້າວສູ່ໄລຍະໃໝ່, ໂດຍສະເພາະການປຶກສາຫາລືກ່ຽວກັບກາລະໂອກາດຕ່າງໆໃນການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ບັນດາຂໍ້ສະເໜີໃນຂະແໜງກ່ຽວຂ້ອງຕ່າງໆທີ່ບັນດາຊ່ຽວຊານ, ນັກລົງທຶນ, ສະຖາບັນການທະນາຄານ, ວິສາຫະກິດຂອງຈີນທີ່ມາລົງທຶນຢູ່ລາວ ແລະ ບັນຫາອື່ນໆທີ່ສອງຝ່າຍມີຄວາມສົນໃຈນໍາກັນ.
ເວທີປຶກສາຫາລືຄັ້ງນີ້, ຍັງໄດ້ຈັດກອງປະຊຸມຍ່ອຍສໍາຄັນຫລາຍຫົວຂໍ້ຄື: “ການຮ່ວມມືລາວ-ຈີນດ້ານກະສິກຳ ແລະ ແກ້ໄຂຄວາມທຸກຍາກ”. “ດາວທຽມສ້າງຂົວຕໍ່ສື່ສານສາຍສຳພັນ, ໂທລະຄົມພາໃຫ້ຫຍັບເຂົ້າຫາກັນ, ວັດທະນະທຳ ຊຸກຍູ້ການເຊື່ອມໂຍງ”. “ສົ່ງເສີມການຮ່ວມມື ແລະ ພັດທະນາຂົງເຂດພະລັງງານລາວ-ຈີນ ພາຍໃຕ້ໜຶ່ງແລວ ໜຶ່ງເສັ້ນທາງ”, “ຊຸກຍູ້ການຮ່ວມມືດ້ານການເງິນ, ຮ່ວມສ້າງສາຍສຳພັນເສດຖະກິດລາວ-ຈີນ” ແລະ “ການຮ່ວມມືດ້ານວິທະສາດເຕັກໂນໂລຊີ ພາຍໃຕ້ແນວຄວາມຄິດໜຶ່ງແລວ ໜຶ່ງເສັ້ນທາງ”.
ທ່ານຫົວໜ້າໂຄສະນາອົບຮົມສູນກາງພັກ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນ ວ່າ: ປັດຈຸບັນ, ສອງຊາດພວກເຮົາພວມສືບຕໍ່ຮ່ວມມືກັນເສີມສ້າງຄວາມສາມັກຄີ ມິດຕະພາບ ແລະ ສາຍພົວພັນໄດ້ຮັບການພັດທະນາຂຶ້ນເລື້ອຍໆ. ເນື່ອງຈາກ ພວກເຮົາແມ່ນເພື່ອນຮ່ວມຊະຕາກໍາສັງຄົມນິຍົມອັນດຽວກັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ເຊື່ອໝັ້ນວ່າ: ນະໂຍບາຍ “ໜຶຶ່ງແລວ ໜຶ່ງເສັ້ນທາງ” ຈະນໍາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນສອງຊາດລາວ-ຈີນນັບມື້ດີຂຶ້ນ.
ທ່ານ ໄຈ ມີງເຈົາ ມີຄໍາເຫັນວ່າ: ເວທີການປຶກສາຫາລືຄັ້ງນີ້, ຈະຊຸກຍູ້ການເພີ່ມທະວີການຮ່ວມມືຂອງບັນດາຂະແໜງການຕ່າງໆຂອງສອງປະເທດ ເພື່ອແບ່ງປັນຜົນປະໂຫຍດຮ່ວມກັນ ແລະ ການພົວພັນລະຫວ່າງສອງສຳນັກຂ່າວຈີນ-ລາວ ແມ່ນມີມິດຕະພາບອັນດູດດື່ມຕັ້ງແຕ່ໄລຍະເຮັດການປະຕິວັດຂອງລາວໃນຊຸມປີ 1960-1970 ສໍານັກຂ່າວສານຊິນຮວາໄດ້ຢຶດໝັ້ນທັດສະນະການລາຍງານຂ່າວຕົວຈິງ, ພາວະວິໄສ, ທ່ຽງທຳ ແລະ ຮອບດ້ານ, ໂດຍສະພາບການພັດເສດຖະກິດ-ສັງຄົມ ແລະ ຂົງເຂດອື່ນຂອງລາວໃຫ້ແກ່ປະເທດຈີນ ແລະ ປະເທດອື່ນໆໃນໂລກຮັບຊາບ.
ນອກນີ້, ກອງປະຊຸມຍັງມີພິທີເຊັນບົດບັນທຶກການຮ່ວມມືສ້າງຕັ້ງສູນຂໍ້ມູນຂ່າວສານ “ໜຶ່ງແລວ ໜຶ່ງເສັ້ນທາງ” ລະຫວ່າງສຳນັກຂ່າວສານປະເທດລາວກັບບໍລິສັດຫົວເຫວີຍປະຈຳລາວ ແລະ ບໍລິສັດດາວທຽມລາວ ເອເຊຍປາຊີຟິກ.
ໃນໂອກາດນີ້, ຄະນະຜູ້ແທນ ສປຈີນ ກໍໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ສໍານັກງານນາຍົກລັດຖະມົນຕີ, ໂດຍທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຜູ້ແທນທີ່ໄດ້ຈັດກອງປະຊຸມສໍາຄັນນີ້ຂຶ້ນ, ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມເວທີປຶກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນໜຶ່ງແລວທາງ ໜຶ່ງເສັ້ນທາງ, ອັນຈະນໍາບົດຮຽນທີ່ເປັນປະໂຫຍດແທ້ຈິງມາສູ່ສອງປະເທດລາວ-ຈີນ.
ໂອກາດນີ້, ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບໍ່ແສງຄໍາ ວົງດາລາ ໄດ້ຕາງໜ້າລັດຖະບານລາວປະດັບຫລຽນໄຊອິດສະຫລະຊັ້ນ II ໃຫ້ສໍານັກຂ່າວຊິນຮົວ ແລະ ປະດັບຫລຽນໄຊອິດສະຫລະຊັ້ນ III ໃຫ້ທ່ານ ໄຈ ມິງເຈົາ ທີ່ມີຜົນງານດີເດັ່ນປະກອບສ່ວນຊ່ວຍເຫລືອ ແລະ ພັດທະນາສໍານັກຂ່າວສານປະເທດລາວໃນໄລຍະຜ່ານມາໄດ້ເຕີບໃຫຍ່ເຂັ້ມແຂງ.