ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້

ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້ - 040202 2018 - ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້
ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້ - kitchen vibe - ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້

ຄົນເຮົານັັ້ນສາມາດຈື່ຫຍັງກໍໄດ້, ແຕ່ບໍ່ສາມາດເລືອກທີ່ຈະລືມຫຍັງກໍໄດ້ ເພາະສິ່ງທີ່ເຮົາຈະລືມໄດ້ນັ້ນແມ່ນສິ່ງທີ່ບໍ່ສຳຄັນ ຫລື ຄົນທີ່ເຮົາບໍ່ໄດ້ໃຫ້ຄວາມສຳຄັນເທົ່ານັ້ນ ສ່ວນຄົນທີ່ເຮົາໃຫ້ຄວາມສຳຄັນ ຍິ່ງເຮົາພະຍາຍາມລືມເທົ່າໃດ ເທົ່າກັບເຮົານຶກເຖິງ ຫລື ຄິດເຖິງເຂົາອີກແລ້ວ. ຫລາຍຄົນພະຍາຍາມໜີຄວາມຈື່ເຫລົ່ານີ້ ບໍ່ວ່າຈະແມ່ນການອອກເດີນທາງໄປຈາກສິ່ງເກົ່າໆເດີມໆ, ແຕ່ສຸດທ້າຍແລ້ວຄົນເຫລົ່ານັ້ນຈະເຂົ້າໃຈວ່າ ເຖິງຈະໜີໄປສຸດຂອບຟ້າກໍພຽງແຕ່ປ່ຽນບ່ອນທົນທຸກ.

ຄວາມທຸກມັນຢູ່ໃນໃຈ, ມັນຢູ່ໃນຄວາມຊົງຈຳ, ໜີໄປໃສ, ງາມປານໃດ, ໄກປານໃດ ມັນກໍໄປນຳຄືເກົ່າ ເມື່ອຮູ້ໃນຂໍ້ນີ້ດີແລ້ວ ວ່າຄວາມທຸກໃຈນັ້ນເກີດຢູ່ໃນເຮົາ ຈະຕ້ອງແກ້ໃນໃຈ. ການແກ້ທຸກໃຈນັ້ນຕ້ອງເລີ່ມຈາກເຂົ້າໃຈໃນຄວາມທຸກກ່ອນ, ຮູ້ວ່າຄວາມທຸກນັ້ນຄວາມຈິງມັນໄດ້ດັບໄປແລ້ວ, ໄດ້ຜ່ານໄປແລ້ວ, ແຕ່ຄວາມຍຶດຖືຍຶດຕິດຂອງເຮົາຕ່າງຫາກທີ່ຍ້ອນກັບໄປຄິດເຖິງມັນ, ໂຫຍຫາມັນເພື່ອທຳຮ້າຍໂຕເຮົາເອງ. ສະນັ້ນ,  ເຮົາຈະຕ້ອງພະຍາຍາມຮຽນຮູ້ຄວາມທຸກ, ເຂົ້າໃຈຄວາມທຸກດ້ວຍໃຈທີ່ຄິດບວກ, ແນມຫາຂໍ້ດີ, ແນມຫາວິທີເຮັດໃຫ້ໃຈມີຄວາມສຸກອີກເທື່ອໜຶ່ງຄຽງຄູ່ໄປກັບການເຂົ້າໃຈວ່າ : ບາງຄວາມຊົງຈຳ ເຮົາລືມບໍ່ໄດ້, ແຕ່ເຮົາກໍຕ້ອງຢູ່ກັບມັນດ້ວຍການຮຽນຮູ້ມັນໄປນຳ ເພາະເມື່ອໃດທີ່ເຮົາຮຽນຮູ້ຫລາຍພໍ ຫລື ເຂົ້າໃຈພໍແລ້ວ ເຮົາກໍຈະປ່ອຍວາງມັນເອງ.

ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້ - Visit Laos Visit SALANA BOUTIQUE HOTEL - ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້
ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້ - 3 - ຫາກລືມບໍ່ໄດ້ກໍຕ້ອງຮຽນຮູ້ຢູ່ກັບມັນໃຫ້ໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!