ທ່ານ ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ຢ້ຽມຢາມແຂວງບໍ່ແກ້ວ

ໃນທ້າຍເດືອນມັງກອນ ຜ່ານມາ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະ ມົນຕີກະຊວງການເງິນ, ພ້ອມ ດ້ວຍຄະນະ ໄດ້ເດີນທາງໄປ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງບໍ່ແກ້ວ ໂດຍການຕ້ອນ ຮັບຂອງ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ແລະ ຄະນະ ດ້ວຍຄວາມອົບອຸ່ນ.
ເຊິ່ງ ທ່ານ ເຈົ້າແຂວງບໍ່ ແກ້ວ ໄດ້ລາຍງານສະພາບ ໂດຍລວມການພັດທະນາເສດຖະກິດ-ສັງ ຄົມພາຍໃນແຂວງ ໃນ ໄລຍະຜ່ານມາແມ່ນ ມີບັນ ຍາກາດທີ່ດີ, ໂດຍສະເພາະ ແມ່ນ ສາມາດດຶງດູດນັກລົງ ທຶນທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາລົງທຶນຫລາຍ ຂຶ້ນຊ່ວຍໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດ ການເປັນຢູ່ຂອງປະຊາຊົນດີ ຂຶ້ນເທື່ອລະກ້າວ, ສາມາດເກັບ ລາຍຮັບລື່ນແຜນການວາງ ໄວ້ຮັບປະກັນໃຫ້ ງວດການປະ ຕິບັດວິໄນທາງດ້ານການເງິນໃຫ້ເປັນຮູບປະທໍາ, ສົ່ງເສີມ ການ ທ່ອງທ່ຽວຕິດພັນກັບ ການບໍລິການໃຫ້ເປັນການ ກະຕຸ້ນເສດຖະກິດ, ສ້າງລາຍ ຮັບໃຫ້ປະຊາຊົນຫລາຍຂຶ້ນ.
ໂອກາດນີ້, ທ່ານ ຮອງ ນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງການເງິນໄດ້ມີ ຄຳເຫັນສະແດງຄວາມຊົມ ເຊີຍຕໍ່ທ່ານເຈົ້າແຂວງທີ່ໄດ້ ເອົາ ໃຈໃສ່ ພັດທະນາເສດຖະ ກິດ-ສັງຄົມ ແຂວງຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ ການຈັດເກັບລາຍຮັບເຂົ້າ ງົບປະມານລື່ນແຜນການທີ່ ວາງໄວ້ ./.
+ ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ໂອ້ລົມກອງປະຊຸມ ປທສ
+ ຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ ເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງອັດຕະປື