ກອງປະຊຸມຄູສອນພາສາອັງກິດທົ່ວປະເທດຄັ້ງທີ 15

ໃນວັນທີ 5-6 ກຸມພານີ້, ພາກວິຊາພາສາອັງງກິດ ຄະນະ ອັກສອນສາດ ມະຫາວິທະຍາໄລ ແຫ່ງຊາດ (ມຊ), ວິທະຍາໄລ ວຽງຈັນ ແລະ ສະຖານທູດ ສະຫະລັດ ອະເມລິການ ປະຈໍາ ລາວ, ໄດ້ຈັດກອງປະຊຸມຄູ ສອນ ພາສາອັງກິດທົ່ວ ປະເທດ ຂຶ້ນ ເປັນຄັ້ງທີ 15, ນະຄອນ ຫຼວງວຽງຈັນ, ໂດຍການ ເປັນ ປະທານຮ່ວມຂອງທ່ານ ໂນ ລັນຍັກເຮົ້າ ທູດວັດທະນະທໍາ ສະຫະລັດອະເມລິກາປະຈໍາ ລາວ ແລະ ທ່ານນາງ ສົມຈັນ ບຸນພັນ ມີຮອງອະທິການບໍດີ ມຊ, ມີຄະນະບໍດີ, ຫົວໜ້າພາກ ວິຊາ, ພະນັກງານ, ຄູ-ອາຈານ ສອນພາສາອັງກິດໃນທົ່ວປະ ເທດເຂົ້າຮ່ວມ 250 ຄົນ.
+ ຜົນສຳເລັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 21
+ ກອງປະຊຸມໃຫຍ່ຊົນຊາດຊີຣີ ຮັບຮອງເອົາເອກະສານ 3 ສະບັບ
ກອງປະຊຸມດັ່ງກ່າວເພື່ອແນໃສ່ສ້າງໂອກາດໃຫ້ຄູສອນພາສາອັງກິດ ໄດ້ນໍາສະເໜີ ແລະ ສົນທະນາກ່ຽວກັບຜົນ ການຄົ້ນຄວ້າ, ປະສົບການ ແລະ ບັນຫາຕ່າງໆກ່ຽວກັບ ທິດສະດີ ແລະ ການປະຕິບັດ ຕົວຈິງ ທີ່ກ່ຽວພັນກັບການ ສອນ ພາສາອັງກິດໃຫ້ແກ່ນັກ ຮຽນທີ່ມີພື້ນຖານດ້ານພາສາ ອັງກິດ, ຄວາມຫ້າວຫັນໃນ ການ ສຶກສາຮໍ່າຮຽນຮູ້ ແລະ ເຂົ້າຮ່ວມໃນການພັດທະນາ ດ້ານວິຊາຊີບ, ການສ້າງເຄືອ ຂ່າຍ ແລະ ກິດຈະກໍາການ ຮ່ວມ ມືກັັບເພື່ອນຮ່ວມງານ ທີ່ປະກອບອາຊີບໃນສາຂາ ດຽວກັນທີ່ມາຈາກທຸກຫົນ ແຫ່ງຂອງໂລກ, ມີຄວາມສາ ມາດໃນການແກ້ໄຂບັນຫາ ທີ່ປະເຊີນໃນການສອນນັກ ຮຽນທີ່ມີພື້ນຖານ ແລະ ຄວາມ ຄ່ອງແຄ້ວທາງດ້ານພາສາ ແຕກຕ່າງກັນ ແລະ ເພື່ອແນໃສ່ ຍົກສູງຄວາມ ເຂົ້າໃຈຕໍ່ກັບສິ່ງ ທ້າທາຍໃນການສອນພາສາ ອັງກິດໃຫ້ແກ່ນັກຮຽນທີ່ຮຽນ ເປັນພາສາຕ່າງປະເທດດີຂຶ້ນ.