ເສດຖະກິດອິນໂດເນເຊຍເຕີບໃຫຍ່ 5,1% ໃນປີຜ່ານມາ

ທາງການອິນໂດເນເຊຍລາຍງານໃນວັນທີ 5 ກຸມພາວ່າ: ເສດຖະກິດອິນໂດເນເຊຍເພີ່ມຂຶ້ນເລັກໜ້ອຍ ມາຢູ່ລະດັບ 5,1% ໃນປີຜ່ານມາ. ຂະນະທີ່ທະນາຄານກາງອິນໂດເນເຊຍຫລຸດອັດຕາດອກເບ້ຍຫລາຍຄັ້ງ ແຕ່ນັກວິເຄາະເຕືອນວ່າອາດບໍ່ມີຄວາມຫວັງໃນປີນີ້.
ລັດຖະບານອິນໂດເນເຊຍລາຍງານວ່າ: ເສດຖະກິດອິນໂດເນເຊຍທີ່ມີຂະໜາດໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ຂະຫຍາຍຕົວ 5,1% ໃນປີຜ່ານມາ ຈາກ 5% ໃນປີ 2016. ຂະນະທີ່ອັດຕາການເຕີບໃຫຍ່ໃນໄຕມາດ 4 ຢູ່ທີ່ 5,2% ຫລາຍກວ່າທີ່ເຄີຍຄາດຄະເນໄວ້ວ່າ 5,1%. ນັກເສດຖະສາດອາວຸໂສດ້ານເສດຖະກິດອາຊີ ກ່າວວ່າ: ຕົວເລກທີ່ເພີ່ມຂຶ້ນສະແດງໃຫ້ເຫັນເຖິງການຟື້ນຕົວຈາກການບໍລິໂພກໃນພາກເອກະຊົນ, ການໃຊ້ຈ່າຍພາກລັດ ແລະ ການລົງທຶນເຕີບໃຫຍ່ ເຊິ່ງຊ່ວຍທົດແທນຍອດສົ່ງອອກສຸດທິທີ່ຊຸດໂຊມໄດ້, ແຕ່ເຕືອນວ່າທ່າອ່ຽງເສດຖະກິດຍັງບໍ່ແນ່ນອນຈາກລາຄາສິນຄ້າຫລັກເຊັ່ນ: ນ້ຳມັນປາມ ແລະ ຖ່ານຫີນ. ປະທານາທິບໍດີ ໂຈໂກ ວິໂດໂດ ຂອງອິນໂດເນເຊຍ ເຊິ່ງເຂົ້າຮັບຕຳແໜ່ງໃນປີ 2014 ຍັງປະສົບບັນຫາໃນການຟື້ນຟູເສດຖະກິດ ຫລັງເຄີຍປະກາດຈະເຮັດໃຫ້ເສດຖະກິດເຕີບໃຫຍ່ 7% ທຸກປີ.