ອາເມລິກາຂູ່ຂວ້ຳບາດ ຂະແໜງພະລັງງານເວເນຊູເອລາ
ທ່ານ ເຣັກ ທິລເລີສັນ ກ່າວວ່າ: ອາເມລິກາຍັງພິຈາລະນາມາດຕະການຈຳກັດການຄ້າຂາຍນ້ຳມັນກັບເວເນຊູເອລາ ເພື່ອເພີ່ມແຮງກົດດັນໃຫ້ປະທານາທິບໍດີ ນິໂຄລັສ ມາດູໂຣ ຍອມລາອອກຈາກຕຳແໜ່ງ.
Secretary Tillerson with @lvidegaray and @cafreeland: We shared our concerns for the humanitarian crisis that has unfolded in #Venezuela. We all urge the Maduro regime to return to free, open, credible, democratic elections, & allow the Venezuelans a voice in their government. pic.twitter.com/c1xc8Hx8c3
— Department of State (@StateDept) February 2, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງບົວໂນສໄອເຣສ ປະເທດອັກຊັງຕິນ ໃນວັນທີ 4 ກຸມພາວ່າ: ທ່ານ ເຣັກ ທິລເລີສັນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ກ່າວລະຫວ່າງຢ້ຽມຢາມອັກຊັງຕິນ ໃນວັນທີ 4 ກຸມພາວ່າ: ລັດຖະບານວໍຊິງຕັນຍັງພິຈາລະນາແນວຄິດຈຳກັດການສົ່ງອອກຜະລິດຕະພັນປິໂຕຣລ້ຽມໄປຍັງເວເນຊູເອລາ ແລະ ຈຳກັດການນຳເຂົ້ານ້ຳມັນດິບຈາກອີກຝ່າຍ ເພື່ອເພີ່ມແຮງກົດດັນໃຫ້ປະທານາທິບໍດີ ນິໂຄລັສ ມາດູໂຣ ໃນການຄືນອຳນາດຕາມລັດຖະທຳມະນູນໃຫ້ແກ່ປະຊາຊົນ, ແຕ່ມາດຕະການທີ່ຈະເກີດຂຶ້ນຕ້ອງສົ່ງຜົນກະທົບຕໍ່ອາເມລິກາ ແລະ ປະເທດອື່ນໃນພາກພື້ນໃຫ້ໜ້ອຍທີ່ສຸດ.
“Nuestro desacuerdo no es con el pueblo venezolano, sino que es con el régimen de Maduro.” – Secretario Tillerson en #Argentina
— USA en Español (@USAenEspanol) February 4, 2018
ຂະນະທີ່ທ່ານ ຮໍເກ້ ເຟົາຣີ ລັດຖະມົນຕີກະຊວງການຕ່າງປະເທດອັກຊັງຕິນ ຍັງສະແດງທ່າທີພຽງວ່າ: ລັດຖະບານບົວໂນສໄອເຣສເຝົ້າຕິດຕາມສະຖານະການທີ່ຈະເກີດຂຶ້ນຢ່າງໃກ້ຊິດ ໃນກໍລະນີທີ່ລັດຖະບານວໍຊິງຕັນຂວ້ຳບາດດ້ານພະລັງງານຕໍ່ລັດຖະບານກາຣາກັສ ແລະ ຮຽກຮ້ອງວ່າ ມາດຕະການກົດດັນທາງເສດຖະກິດຈະຕ້ອງບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ເວເນຊູເອລາຫລາຍກວ່ານີ້ ໂດຍອາເມລິກາ ແລະ ເວເນຊູເອລາ ບໍ່ມີການພົວພັນທາງການທູດເຕັມຮູບແບບຕໍ່ກັນ, ແຕ່ຍັງຮັກສາສະຖານະປະເທດຄູ່ຄ້ານ້ຳມັນດິບ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ, ແຕ່ປະລິມານນ້ຳມັນດິບທີ່ເວເນຊູເອລາສົ່ງອອກໄປອາເມລິກາໃນປີຜ່ານມານັ້ນ ໜ້ອຍທີ່ສຸດນັບແຕ່ປີ 1991 ເຊິ່ງເປັນຜົນຈາກມາດຕະການຂວ້ຳບາດຂອງອາເມລິກາ.