ຮອງນາຍົກ ສອນໄຊ ສີພັນດອນ ເນັ້ນໃຫ້ຂະແໜງອຸດສາຫະກໍາ-ການຄ້າເອົາໃຈໃສ່ຫລາຍບັນຫາ

ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມກອງປະຊຸມສະຫລຸບວຽກງານປະຈໍາປີ 2017 ຂອງກະຊວງອຸດສະຫະກໍາ ແລະ ການຄ້າເມື່ອທ້າຍອາທິດຜ່ານມານີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາທຸກຂັ້ນໃນຂະແໜງດັ່ງກ່າວເພີ່ມທະວີຄວາມເອົາໃຈໃສ່ຕໍ່ບັນຫາສໍາຄັນຕ່າງໆຄື: ສືບຕໍ່ຜັນຂະຫຍາຍແຜນພັດທະນາວຽກງານອຸດສະຫະກໍາ ແລະ ການຄ້າທີ່ກໍານົດໄວ້ໃຫ້ປາກົດຜົນເປັນຈິງ, ໂດຍສະເພາະການຄົ້ນຄິດດ້ານຍຸດທະສາດທີ່ຈະສ້າງບາດກ້າວຫັນປ່ຽນແກ່ການພັດທະນາໃນຂະແໜງອຸດສະຫະກໍາ, ສືບຕໍ່ເອົາໃຈໃສ່ວຽກງານຄຸ້ມຄອງລາຄາສີນຄ້າທີ່ກະທົບໄວຕໍ່ການດໍາລົງຊີວິດຂອງປະຊາຊົນ, ໂດຍສະເພາະໃຫ້ຍົກດຳລັດວ່າດ້ວຍລາຄາສິນຄ້າ ແລະ ຄ່າບໍລິການຂຶ້ນເປັນກົດໝາຍ ເພື່ອເປັນເຄື່ອງມືດ້ານນິຕິກໍາທີ່ຄົບຖ້ວນສົມບູນ ແລະ ເພີ່ມຄວາມສັກສິດໃນການຈັດຕັ້ງປະຕິບັດໃຫ້ດີຂຶ້ນ, ສືບຕໍ່ຜັນຂະຫຍາຍຍຸດທະສາດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເທື່ອລະກ້າວ, ໂດຍສະເພາະແມ່ນໃຫ້ລົງເລິກຂົງເຂດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເປັນຕົ້ນຕໍ ແລະ ໃຫ້ເອົາໃຈໃສ່ເພີ່ມທະວີພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມແຜນພັດທະນາທີ່ລັດຖະບານໄດ້ຮັບຮອງແລ້ວໃຫ້ເປັນຮູບປະທໍາ, ໂດຍການມີສ່ວນຮ່ວມຂອງຫລາຍຂະແໜງການ ແລະ ທ້ອງຖິ່ນ.
ທ່ານລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ປີຜ່ານມາ, ຍອດມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທົ່ວປະເທດປະຕິບັດໄດ້ 8.942 ຕື້ກີບ, ອັດຕາການຂະຫຍາຍຕົວສະເລ່ຍ 4,15%, ການຈໍລະຈອນສິນຄ້າພາຍໃນບັນລຸໄດ້ຫລາຍກວ່າ 51.687 ຕື້ກີບ, ເພີ່ມຂຶ້ນ 15,10%, ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ບັນລຸກວ່າ 9,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີຜ່ານມາ. ໃນນີ້, ການສົ່ງອອກບັນລຸ 4,8 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 13.4% ແລະ ການນໍາເຂົ້າ 4,5 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 7.6%.