ການແກ້ໄຂຄວາມບໍ່ເປັນລະບຽບໃນເສັ້ນທາງຕ່າງໆຍັງພົບບັນຫາຫຍຸ້ງຍາກ

ທ່ານຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການລົງແກ້ໄຂສະພາບຄວາມບໍ່ເປັນລະບຽບຈົບງາມຂອງບັນດາຫ້າງຮ້ານ, ເຮືອນຊານບ້ານຊ່ອງທີ່ຢູ່ຕາມແຄມທາງໃນເຂດຕົວເມືອງສີໂຄດຕະບອງແມ່ນພົບບັນຫາຫຍຸ້ງຍາກສົມຄວນ, ຍ້ອນມີປະຊາຊົນຈໍານວນໜຶ່ງບໍ່ໃຫ້ການຮ່ວມມືດີເທົ່າທີ່ຄວນ.
ຮອງຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫລວງວຽງຈັນຊຸດທີ I ໄດ້ມີມະຕິ ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ, ຂະແໜງການຂອງຕົນກໍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆ ແລະ ຕົກລົງເລືອກເອົາເມືອງສີໂຄດຕະບອງເປັນເມືອງເຮັດທົດລອງກ່ອນ, ພ້ອມທັງໄດ້ແຕ່ງຕັ້ງໜ່ວຍງານນໍາເອົາເນື້ອໃນມະຕິ ແລະ ແຜນງານຕ່າງໆລົງເຜີຍແຜ່ໃຫ້ປະຊາຊົນ, ຜູ້ປະກອບການທຸລະກິດ ແລະ ຊາວຄ້າຂາຍພາຍໃນເມືອງດັ່ງກ່າວຮັບຊາບ, ໂດຍສະເພາະຜູ້ທີ່ປຸກສ້າງເທີບ-ເງີບ ລວມເຖິງການຕິດຕັ້ງປ້າຍໂຄສະນາຕ່າງໆທີ່ກວມເອົາເຂດສະຫງວນທາງແມ່ນໃຫ້ມ້າງອອກ ເພື່ອສ້າງຄວາມເປັນລະບຽບຈົບງາມຕາມສາຍທາງຕ່າງໆ ໃຫ້ບັນລຸເປົ້າໝາຍສ້າງນະຄອນຫລວງວຽງຈັນໃຫ້ກາຍເປັນຕົວເມືອງທີ່ໜ້າຢູ່ ແລະ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ, ແຕ່ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 31 ມັງກອນນີ້, ຊຶ່ງເລີ່ມແຕ່ຖະໜົນສຸພານຸວົງຫາສວນເຈົ້າຟ້າງຸ່ມ ແລະ 3 ແຍກສີໄຄ ແມ່ນມີຄວາມຄືບໜ້າພຽງ 10% ຂອງຈຳນວນ 145 ຄອບຄົວ ແລະ ປ້າຍໂຄສະນາ 400 ກວ່າປ້າຍ, ສາເຫດທີ່ພາໃຫ້ການແກ້ໄຂມີຄວາມຊັກຊ້າຍ້ອນປະຊາຊົນຈຳນວນໜຶ່ງບໍ່ທັນເຂົ້າໃຈ ແລະ ໃຫ້ການຮ່ວມມືແກ້ໄຂຄວາມບໍ່ເປັນລະບຽບດັ່ງກ່າວ, ເຊິ່ງພາກສ່ວນກ່ຽວຂ້ອງຈະປະສານສົມທົບກັບອໍານາດການປົກຄອງເມືອງ ເພື່ອສຸມໃສ່ປຸກລະດົມໃຫ້ປະຊາຊົນເຫັນໄດ້ຄວາມສໍາຄັນຂອງການສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຈົບງາມໃນຕົວເມືອງ ກໍຄືເຮັດໃຫ້ນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນກໍານົດໄວ້ປາກົດຜົນເປັນຈິງ ແລະ ພາຍຫລັງສຳເລັດການແກ້ໄຂຢູ່ເມືອງສີໂຄດຕະບອງແລ້ວ ກໍຈະສືບຕໍ່ຈັດສັນໃນ 4 ເມືອງໃນ ແລະ ຂະຫຍາຍໄປທຸກເມືອງທົ່ວນະຄອນຫລວງວຽງຈັນ, ຊຶ່ງຄາດວ່າຈະສຳເລັດໃນເດືອນມິຖຸນານີ້. ສະນັ້ນ ຈຶ່ງຮຽກຮ້ອງມາຍັງປະຊາຊົນ, ຜູ້ປະກອບການ ແລະ ຊາວຄ້າຂາຍ ຈົ່ງໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອພ້ອມກັນປະກອບສ່ວນສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ບັນລຸເປົ້າໝາຍເປັນຕົວເມືອງທີ່ໜ້າຢູ່.