ເຈົ້າໜ້າທີ່ເຜີຍອຸປະຕິເຫດລົດບັນທຸກຕຳຄົນຕາຍ 4 ຄົນຢູ່ຖະໜົນ 13 ໃຕ້ແມ່ນຍ້ອນຄົນຂັບຫລັບໃນ.

ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ຜ່ານຈາກການສືບສວນ-ສອບສວນ ເບື້ອງຕົ້ນສາເຫດຂອງການເກີດອຸປະຕິເຫດລົດບັນທຸກ 10 ລໍ້ຕຳຄົນຕາຍ 4 ຄົນຢູ່ຖະໜົນ 13 ໃຕ້ເຂດບ້ານເຊບັ້ງຫຽງເມືອງສອງຄອນແຂວງສະຫວັນນະເຂດ ເມື່ອທ້າຍອາທິດຜ່ານມາແມ່ນຍ້ອນຜູ້ຂັບຂີ່ຫລັບໃນ, ເຊິ່ງລົດບັນທຸກ 10 ລໍ້ໝາຍເລກທະບຽນ ບກ 2628 ສະຫວັນນະເຂດ, ຂັບຂີ່ໂດຍທ້າວ ຫງວຽນ ວັນຢິງ ອາຍຸ 44 ປີສັນຊາດຫວຽດນາມ ທີ່ບັນທຸກງົວມາຈາກແຂວງຈຳປາສັກ ສູ່ແຂວງສະຫວັນນະເຂດດ້ວຍຄວາມໄວສູງ, ພໍຮອດຈຸດເກີດເຫດລົດເກີດເສຍຫລັກ ຈຶ່ງຕຳເອົາລົດຈັກຂີ່ຢູ່ທາງໜ້າເຊິ່ງຂັບຂີ່ໂດຍທ້າວ ວັນທອງ ອາຍຸ 55 ປີ ແລະ ນາງ ກັນລະຍາ ອາຍຸ 54 ປີທັງສອງຜົວເມຍກັນຢູ່ບ້ານແກ້ງຕະງານ ເມືອງສອງຄອນແຂວງສະຫວັນນະເຂດ, ເຮັດໃຫ້ເສຍຊີວິດຄາທີ່ ແລະ ລົດຍັງໄດ້ຂ້າມຟາກທາງໄປຕຳເອົາລົດຈັກຂອງທ້າວ ພູເຂົາທອງ ອາຍຸ 36 ປີທີ່ຂີ່ສວນທາງມາພ້ອມກັບເມຍ ແລະ ລູກສາວຊື່ນາງ ໃບເຕີຍ ອາຍຸ 7 ປີເຮັດໃຫ້ຜູ້ກ່ຽວ ແລະ ລູກເສຍຊີວິດຄາທີ່ ແລະ ດ້ວຍຄວາມຮຸນແຮງດັ່ງກ່າວຍັງໄດ້ໄປຕຳເອົາຄົນຍ່າງແຄມທາງ ກ່ອນຈະມາຕຳເຂົ້າກຳແພງເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍຫລາຍສົມຄວນ.
ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບຂີ່ລົດຄັນດັ່ງກ່າວເພື່ອດຳເນີນຄະດີຕາມລະບຽບກົດໝາຍ.