ກໍາມະບານຮາກຖານ ທຄຕລ ມີຜົນງານເດັ່ນຫຼາຍດ້ານ

ກອງປະຊຸມກາງສະໄໝຂອງກຳມະບານຮາກຖານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ສໍາເລັດລົງໃນວັນທີ 3 ກຸມພານີ້ ພາຍໃຕ້ການເປັນປະທານຂອງສະຫາຍ ວຽງໄຊ ຈັນທະວີສຸກ ປະທານກໍາມະບານຮາກຖານ ທະນາຄານດັ່ງກ່າວ ໂດຍການເຂົ້າຮ່ວມຂອງສະຫາຍນາງ ເຂັມຄໍາ ຄັດສະຫວ່າງ ຄະນະບໍລິຫານງານສະຫະພັນ ກໍາມະບານທະນາຄານແຫ່ງ ສປປ ລາວ.
ກອງປະຊຸມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກໍາມະບານຮາກຖານ ທຄຕລ ແຕ່ປີ 2015-2017 ແລະ ວາງທິດທາງແຜນການ ແຕ່ປີ 2018-2019 ເຊິ່ງໃນໄລຍະຜ່ານມາ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະ ໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດ ອັນໄດ້ເຮັດໃຫ້ສະມາຊິກກໍາມະບານມີຄວາມເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບການຕ່າງໆຫຼາຍຂຶ້ນ, ສະພາບແນວຄິດໂດຍລວມມີຄວາມສະຫງົບ ແລະ ມີການຫັນປ່ຽນໃນທິດທາງທີ່ຕັ້ງໜ້າ ສະແດງອອກສະມາຊິກແຕ່ລະຄົນມີຄວາມຕື່ນຕົວທາງດ້ານການເມືອງ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ປະກອບສ່ວນເຂົ້າໃນການດໍາເນີນທຸລະກິດຢ່າງມີປະສິດທິຜົນ ແລະ ສາມາດສ້າງກໍາໄລເພີ່ມຂຶ້ນໃນແຕ່ລະປີ; ນອກນີ້ ຍັງສໍາເລັດການສ້າງ ແລະ ພັດທະນາຜະລິດຕະພັນໃໝ່ ຄື: I-Bank Version 3, BCEL One, ບັດ Smart Tax, , ບັດ Smart Vat, ໂຄງການບັດນັກສຶກສາ, ໂຄງການບັດລັດຖະກອນ, ປັບ ປຸງລະບົບ Bill Payment, ພັດທະນາລະບົບ E-Commerce, ພັດທະນາຕູ້ຝາກເງິນ ແລະພັດທະນາລະບົບກວດຄົ້ນຫາຄວາມສ່ຽງໃນການລັກຂໍ້ມູນບັດ; ພ້ອມນັ້ນກໍ່ສໍາເລັດການຄົ້ນຄວ້າແຜນຍຸດທະສາດໄລຍະຍາວຂອງ ທຄຕລ ແຕ່ປີ 2016-2020 ຊຶ່ງໄດ້ ຮັບຮອງຈາກກອງປະຊຸມສະພາບໍລິຫານ ແລະ ກອງປະຊຸມຜູ້ຖືຮຸ້ນ ທຄຕລ ຢ່າງເປັນທາງການ; ສໍາເລັດໂຄງການເກັບເງິນເສຍຄ່າທາງລົດ ແລະ ສໍາເລັດໂດຍພື້ນຖານໂຄງການຊໍາລະຄ່າບໍລິໂພກຜ່ານ One pay (Scan QR Code).
ຈາກນັ້ນ, ກອງປະຊຸມ ໄດ້ສະເໜີວຽກງານກອງທຶນ ແລະ ວຽກງານຂະບວນການ ເຊິ່ງມາຮອດທ້າຍປີ 2017 ມີເງິນຄັງຫລາຍກວ່າ 276 ລ້ານກີບ, ເພີ່ມຂຶ້ນຈາກປີ 2015 ຈໍານວນ 210 ລ້ານກວ່າກີບ ແລະຄັງຊ່ວຍເຫຼືອສັງຄົມ 100 ລ້ານກວ່າກີບ; ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນມາແຕ່ປີ 2002 ແລະ ມາຮອດປັດຈຸບັນ ມີສະມາຊິກທັງໝົດ 857 ຄົນ, ມີຍອດກອງທຶນ 14,54 ຕື້ກີບ ສາມາດສ້າງລາຍຮັບຈາກການປ່ອຍກູ້ໄດ້ 783 ລ້ານກວ່າກີບ; ນອກນີ້ ຍັງສ້າງຂະບວນການຕ່າງໆຄືອອກແຮງງານລວມ, ແຂ່ງຂັນກິລາ, ຈັດຕັ້ງຂະບວນການປູກຕົ້ນໄມ້, ເຂົ້າຮ່ວມບໍລິຈາກເລືອດເນື່ອງໃນວັນສໍາຄັນຕ່າງໆ, ລະດົມທຶນຊ່ວຍເຫຼືອໂຮງຮຽນຫ່າງໄກ ແລະ ທຸກຍາກ; ຢ່າງເປັນປົກກະຕິ.