ພາບຫລ້າສຸດ Huawei P20 ອວດໂສມພ້ອມຈັດເຕັມກ້ອງຫຼັງ 3 ໂຕ
February 6, 2018 - 12:06 PM

ຂ່າວຄວາມຄືບໜ້າຂອງໂທລະສັບມືຖື Huawei ໃນຕະກູນ P Series ອອກມາຢ່າງຕໍ່ເນື່ອງ ເຖິງວ່າຈະມີຂ່າວເລື່ອນເປີດໂຕໄປເປັນວັນທີ 27 ມີນາ ຫລ້າສຸດຜູ້ຜະລິດເຜີຍໃຫ້ເຫັນໜ້າຕາດີໄຊນ໌ຂອງ Huawei P20 ຫຼື P11 ອອກມາຢ່າງບໍ່ເປັນທາງການ ຊ່ຶງຈະມາພ້ອມກັບກ້ອງຫຼັງ 3 ໂຕທີ່ວາງໃນແນວຕັ້ງແບບດຽວກັບ iPhone X.
ຈາກພາບທີ່ຫຼຸດອອກມາຈະເຫັນວ່າຕົວເຄື່ອງນັ້ນຈະມີດີໄຊນ໌ແບບຈໍໄຮ້ຂອບທີ່ອັດຕາສ່ວນ 18:9 ຕາມຄວາມນິຍົມ ຍັງມີພໍຣ໌ຕສຽບຫູຟັງ 3.5 ມມ ແລະ ທີ່ໜ້າສົນໃຈອີກຈຸດໜຶ່ງກໍຄືມີຄວາມເປັນໄປໄດ້ທີ່ຈະໃຊ້ເຕັກໂນໂລຊີການສະແກນລາຍນິ້ວມືໃນໜ້າຈໍເຊັ່ນດຽວກັບ Vivo ທີ່ເປີດຕົວມາກ່ອນໜ້ານີ້.
ໂດຍສໍາລັບ Huawei ຄາດວ່າໃນຊ່ວງຕົ້ນປີຈະເປີດຕົວ P Series ອອກມາຢ່າງໜ້ອຍ 3 ຮຸ່ນຄື ຮຸ່ນປົກກະຕິ, ຮຸ່ນ Plus ແລະ Lite ຄືເກົ່າ ແຕ່ກໍມີລາຍງານລະບຸເຖິງຮຸ່ນ Pro ອີກຮຸ່ນໜຶ່ງເຊັ່ນກັນ ຊຶ່ງຈະມີດີໄຊນ໌ຮອຍບາກຄ້າຍຄືກັບ iPhone X.