ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ

ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ - iugoneak - ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ
ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ - kitchen vibe - ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ

ລັດຖະບານ​ສິງກະ​ໂປສະ​ເໜີ​ແນວ​ຄິດ​ການ​ບູລະ​ນາ​ການ​ອາ​ຊຽນ​ເປັນ “​ເຄືອ​ຂ່າຍ​ເມືອງ​ອັດ​ສະ​ລິ​ຍະ” ​ເພື່ອ​ຍົກ​ລະດັບ​ການ​ຮ່ວມ​ມື ​ແລະ ກະ​ຕຸ້ນ​ການ​ເຕີບ​ໃຫຍ່​ທາງ​ເສດຖະກິດ​ຂອງ​ພາກພື້ນ​ໃນ​ອະນາຄົດ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ປະ​ເທດ​ສິງກະ​ໂປ ​ໃນ​ວັນ​ທີ 6 ກຸມພາ​ວ່າ: ທ່ານ ວິ​ວຽນ ບາ​ລາກຣິນັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ ​ໃນ​ຖານະ​ປະທານ​ໝູນວຽນ​ຂອງ​ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ປະຈຳ​ປີ​ນີ້ ກ່າວ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນບໍ່​ເປັນ​ທາງ​ການ ​ໃນ​ວັນ​ທີ 6 ກຸມພາ ສະ​ເໜີ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ພາກພື້ນ ​ເຊິ່ງ​ປັດຈຸບັນ​ມີ​ສະມາຊິກ 10 ປະ​ເທດ ພາຍ​ໃຕ້​ຂອບ​​ແນວ​ຄິດ​ທີ່ “ຫົດ​ຢືດ ​ແລະ ມີ​ຄວາມ​ເປັນ​ນະ​ວັດຕະ​ກຳ” ​ໂດຍ​ໝາຍ​ເຖິງ​ການ​ຮ່ວມ​ກັນ​ສ້າງສັນ “​ເຄືອ​ຂ່າຍ​ເມືອງ​ອັດ​ສະ​ລິ​ຍະ” ​ເພື່ອ​ປູກຝັງ ​ແລະ ​ເສີມ​ສ້າງ​ຄວາມ​ຮູ້​ທາງ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ເຍົາວະ​ຊົນ​ທີ່​ຈະ​ເຕີບ​ໃຫຍ່​ເປັນ​ກຳລັງ​ສຳຄັນຂອງ​ປະ​ເທດ ​ແລະ ພາກພື້ນຕໍ່​ໄປ.

ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ - xmhbr6dq 300x200 - ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ

ທັງ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ​ສິງກະ​ໂປ ກ່າວ​ອີກ​ວ່າ: ​ແຜນການ​ກໍ່ຕັ້ງ​ເຄືອ​ຂ່າຍ​ສະມາດ​ຊິ​ຕີ​ຍັງ​​​ເປັນ​ໄປ​ເພື່ອ​ການ​ຂະຫຍາຍ​ໂອກາດ​ສຳລັບ​ຄົນ​ຮຸ່ນ​ປັດຈຸບັນ ​ໃນ​ການ​ລິ​ເລີ່​ມ ​ແລະ ພັດທະນາ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ການ​ປະຕິວັດ​ດ້ານ​ເຕັກ​ໂນ​ໂລ​ຊີ​ໃນ​ຍຸກ​ດິຈິ​ຕອນ​ຕໍ່​ໄປ ຕະຫລອດ​ຮອດ​ການ​ມີ​ສ່ວນ​ຮ່ວມ​ລະດັບ​ພາກພື້ນ​ໃນ​ການ​ພັດທະນາ​ໂຄງ​ລ່າງ​ພື້ນຖານ ​ແລະ ລະບົບ​ສາທາລະ​ນຸປະ​ໂພ​ກທີ່​ເຊື່ອມ​ໂຍງ​ເຖິງ​ກັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແນວ​ຄິດ​ດັ່ງກ່າວ​ຍັງ​ຢູ່​ໃນ​ຂັ້ນຂອບ​ຄວາມ​ຄິດ​ເລີ່​ມຕົ້ນ ​ແລະ ຕ້ອງ​ມີ​ການ​ຫາລື​ກັນ​ອີກ​ຫລາຍ​ລະດັບ​ໃນອະນາຄົດ.

ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ - 4 - ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ
ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ - 3 - ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ
ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ - 5 - ສິງກະໂປສະເໜີແນວຄິດ ເຄືອຂ່າຍສະມາດຊິຕີອາຊຽນ