ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ

ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ - 625529 - ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ
ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ - kitchen vibe - ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ

ການ​ແຂ່ງຂັນ​ກ໊ອຟ ພີ​ຈີ​ເອ ທົວ ລາຍການ ​ເວສ ​ແມ​ເນ​ຈ​ເມນ ຟີ​ນິກ ​ໂອ​ເພັນ ຊິງ​ເງິນ​ລາງວັນ​ລວມ 6,9 ລ້ານ​ໂດ​ລາ​ສະຫະລັດ ທີ່​ສະໜາມ ທີ​ພີ​ຊີ ສະກ໊ອດສ​ເດລ ​ໄລຍະ 7.266 ຫລາ ພາຣ 71 ​ໃນ​ເມືອງ​ສະ​ກ໊ອດ​​ເດລ ລັດ​ອາຣິ​ໂຊ​ນາ ສະຫະລັດ​ອາ​ເມ​ລິ​ກາ ຫລັງ​ຈົບ​ຮອບ​ສຸດ​ທ້າຍ ​​ແກຣີ ວູດ​ແລນ ນັກກ໊ອຟຊາວ​ອາ​ເມ​ລິ​ກາ ຟອມ​ແຮງ​ປາຍ​ຫວດ 7 ອັນ​ເດີ​ພາຣ 64 ຈົບ​ທີ່​ຄະ​ແນນ​ລວມ 18 ອັນ​ເດີ​ພາຣ 266 ​​ເຂົ້າສູ່ຄລັບ​ເຮາດ້ວຍ​ການ​ນຳ 2 ສະ​ໂຕກ, ​ແຕ່ ​ເຊຊ ​ເຣວີ ​ເພື່ອນ​ຮ່ວມ​ຊາດ ​ເຮັດ​ເບີ​ດີ້ 2 ຫລຸມ​ສຸດ​ທ້າຍ ຈົບ​ທີ 5 ອັນ​ເດີ​ພາຣ 66 ມີ​ຄະ​ແນນ​ລວມ​ເທົ່າ​ກັບ ວູດ​ແລນ ຈຶ່ງ​ຕ້ອງ​ຫາ​ແຊ້ມດ້ວຍ​ການ​ເພ​ລອັອຟທີ່​ຫລຸມ 18 ​ແລະ ​ເປັນ ວູດ​ແລນ ຍິງ​ເບີ​ດີຄວ້າ​ແຊ້ມລາຍການທຳ​ອິດ​ນັບ​ແຕ່​ປີ 2013.

ຂະນະ​ທີ່ ​ໂອລລີ ຊາ​ໄນ​ເດີ​ຍານ​ສ໌ ​ແລະ ​ເບຣນ​ແດນ ສະຕີ​ລ 2 ຊາວ​ອາ​ເມ​ລິ​ກາ ຄະ​ແນນ​ລວມ 15 ອັນ​ເດີ​ພາຣ 269 ​ໄດ້​ທີ 3 ຮ່ວມ, ຟິລ ມິກ​ເກ​ລສັນ ຄະ​ແນນ​ລວມ 14 ອັນ​ເດີ​ພາຣ 270 ທີ 5 ຮ່ວມ​ກັບ ​ແມ​ຕ ຄູ​ຊາ, ​ໄບຣສັນ ​ເດິ​ແຊມ​ໂບ ​ແລະ ​ເຊ​ສສັນ ​ແຮດ​ລີ. ດ້ານ ຣິກກີ ຟາ​ວ​ເລີ ມື 7 ຂອງ​ໂລກ ຕີ​ເກີນ 2 ​ໂອ​ເວີ​ພາຣ 73 ຄະ​ແນນ​ລວມ 12 ອັນ​ເດີ​ພາຣ 272 ຫລົ່ນ​ມາ​ຈົບ​ທີ 11 ຮ່ວມ​ກັບ ຈອນ ຣາມ ມື 2 ຂອງ​ໂລກ​ຊາວ​ສະ​ເປ​ນ ​ແລະ ຈັສຕິນ ​ໂທ​ມັສ ມື 4 ຂອງ​ໂລກ ຄະ​ແນນ​ລວມ 11 ອັນ​ເດີ​ພາຣ 273 ທີ 17 ຮ່ວມ.

ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ - Visit Laos Visit SALANA BOUTIQUE HOTEL - ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ
ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ - 4 - ວູດແລນ ເພລອັອຟແຊ້ມກ໊ອຟຟີນິກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!