ສປ ຈີນ ຊ່ວຍສ້າງສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດແກ່ລາວ

ພິທີເປີດນຳໃຊ້ສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດເຊິ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ, ໄດ້ຈັດຂຶ້ນເມື່ອທ້າຍອາທິດຜ່ານມານີ້, ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເສີນເຫຼີຍ ລັດຖະມົນຕີກະຊວງຊົນລະປະທານຈີນ ແລະ ທ່ານເອກອັກຄະລັດຖະທູດ ສປຈີນ ປະຈຳລາວ.
ທ່ານນາຍົກລັດຖະມົນຕີ ມີຄຳເຫັນວ່າ: ສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດ ເປັນຂີດໝາຍສຳຄັນແຫ່ງການພົວພັນຮ່ວມມືລະຫວ່າງລາວ-ຈີນນັບມື້ກ້າວເຂົ້າສູ່ລວງເລິກ.
ໃນໂອກາດດຽວກັນ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ, ກໍຄືກະຊວງຊັບພະຍາກອນນໍ້າ ສປຈີນ, ທີ່ໄດ້ໃຫ້ຊ່ວຍເຫຼືອສ້າງສູນດັ່ງກ່າວທີ່ມີມູນຄ່າຫລາຍຕື້ກີບ ແລະ ສາມາດຕອບສະໜອງຄວາມຕ້ອງການໃນການເກັບກຳ, ວິເຄາະວິໄຈຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ແຈ້ງເຕືອນໄພພິບັດ ແລະ ອື່ນໆ ເພື່ອຫລຸດຜ່ອນຄວາມເສຍຫາຍຈາກໄພພິບັດ ແລະ ປ້ອງກັນຄວາມປອດໄພຂອງຊັບສິນ ແລະ ຊີວິດຂອງປະຊາຊົນອີກດ້ວຍ. ພ້ອມນີ້, ກະຊວງຊັບພະຍາກອນນ້ຳ ສປຈີນ ຍັງໄດ້ປະກອບອຸປະກອນ ແລະ ສ້າງສະຖານີອຸຕຸນິຍົມ ແລະ ອຸທົກກະສາດຈຳນວນ 51 ແຫ່ງໃຫ້ແກ່ລາວເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸຕຸນິຍົມ ແລະ ອຸທົກກະສາດ ກໍຄືຂະແໜງຄຸ້ມຄອງຊັບພະຍາກອນນໍ້າຂອງລາວອີກດ້ວຍ.