ການນຳແຂວງໄຊຍະບູລີຢ້ຽມຢາມປະຊາຊົນກຸ່ມບ້ານປາກເຮົ້າ

ໃນນວັນທີ 4 ກຸມພານີ້ ການ ນໍາຂອງ ແຂວງ ໄຊຍະບູລີ ນໍາ ໂດຍ ທ່ານ ເຈົ້າແຂວງ ພົງສະ ຫວັນ ສິດທະວົງ ໄດ້ລົງພົບປະ ຢ້ຽມຢາມປະຊາຊົນກຸ່ມບ້ານ ປາກເຮົ້າ ເມືອງ ໄຊຍະບູລີ, ເພື່ອ ຮັບຟັງການລາຍງານຫຍໍ້ກ່ຽວ ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ກຸ່ມບ້ານຈາກ ທ່ານ ຫົວໜ້າກຸ່ມ ບ້ານ,ໂດຍໃຫ້ຮູ້ວ່າ: ກ່ມບ້ານ ປາກເຮົ້າມີ 8 ບ້ານຂຶ້ນກັບ, ໃນ ນີ້ມີ 5 ບ້ານຕັ້ງຢູ່ແຄມແມ່ນໍ້າ ຂອງ, ມີພົນລະເມືອງທັງໝົດ 2.769 ຄົນ, ຍິງກວມເອົາເກືອບ 50% ປະກອບດ້ວຍເຜົ່າລາວ ລຸ່ມ, ກື່ມມຸ, ໄທດໍາ, ຍວນ, ໄປຼ່ ແລະ ເຜົ່າມົ້ງ, ອາຊີບສ່ວນໃຫຍ່ ແມ່ນປູກເຂົ້າ, ພືດອຸດສາຫະ ກໍາ, ລ້ຽງສັດ ແລະ ບໍລິການຄ້າ- ຂາຍ, ປີຜ່ານມາປູກເຂົ້າໄດ້ທັງ ໝົດ 378,45 ເຮັກຕາ, ໃຫ້ຜົນ ຜະລິດໄດ້ 1.041 ໂຕນ, ສະເລ່ຍ ໃສ່ຫົວຄົນບັນລຸໄດ້ 389 ກິໂລ/ ຄົນ/ປີ, ນອກນັ້ນຍັງ ປູກໝາກ ເດືອຍ 185 ເຮັກຕາ, ໝາກງາ 15,66 ເຮັກຕາ ແລະ ສາລີ 9 ເຮັກຕາ, ພ້ອມນັ້ນຍັງໄດ້ເອົາໃຈ ໃສ່ລ້ຽງສັດປະເພດຕ່າງໆຄື: ທົ່ວກຸ່ມ ບ້ານມີ, ງົວ, ຄວາຍ, ແບ້, ໝູ ແລະ ສັດປີກ, ໂດຍລວມ ແລ້ວເສດຖະກິດພາຍໃນກຸ່ມ ແມ່ນມີການຂະຫຍາຍຕົວຕໍ່ ເນື່ອງ, ສະເລ່ຍລາຍຮັບເກືອບ 13 ລ້ານກີບ/ຄົນ/ປີ, 97,78% ຂອງຄອບຄົວໄດ້ຊົມໃຊ້ໄຟ ຟ້າ, ເດັກໃນເກນອາຍຸແມ່ນໄດ້ ເຂົ້າຮຽນ 100 %, ໄດ້ປະກາດ ເປັນບ້ານ ວັດທະນະທໍາແລ້ວ 5 ບ້ານ.
+ ທ່ານນາຍົກລັດຖະມົນຕີ ຢ້ຽມຢາມແຂວງຫລວງພະບາງ
+ ຮອງປະທານປະເທດເຄື່ອນໄຫວຢ້ຽມຢາມແຂວງເຊກອງ
ໂອກາດດັ່ງກ່າວ ທ່ານ ເຈົ້າ ແຂວງ ກໍໄດ້ໂອ້ລົມ ພ້ອມທັງໄດ້ ຮຽກຮ້ອງໃຫ້ປະຊາຊົນແຕ່ລະ ບ້ານຈົ່ງ, ສືບຕໍ່ຮັກສາຄວາມ ສາມັກຄີ, ຮີດຄອງປະເພນີຂອງ ແຕ່ລະເຜົ່າ, ສືບຕໍ່ສ້າງເສດຖະ ກິດດ້ວຍການປູກ-ການລ້ຽງ ເພື່ອສົ່ງອອກໃຫ້ຫຼາຍພ້ອມ ກັນຮັ່ງມີ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງທີ່ອາດ ຈະເກີດຂຶ້ນ ແລະ ໃນໂອກາດນີ້ ທ່ານ ເຈົ້າແຂວງກໍ່ໄດ້ນໍາເອົາ ເຄື່ອງນຸ່ງຮົ່ມຈໍານວນ 610 ຊຸດ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ ຈໍານວນໜຶ່ງ ລວມມູນຄ່າ 35 ລ້ານກວ່າກີບ ມອບໃຫ້ປະ ຊາຊົນທີຍັງຂາດເຂີນໃນບ້ານ ດັ່ງກ່າວ./.