ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ

ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ - IMG 8352 - ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ
ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ - kitchen vibe - ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ແຂວງຫຼວງ ພະບາງ ໄດ້ຮັບການສ້າງຕັ້ງ ຂຶ້ນໃນກາງປີ 2004 ໂດຍໄດ້ ຮັບການສະໜັບ-ສະໜູນຈາກທະນາຄານພັດທະນາອາຊີ ໃນໂຄງການ ADB TA NO 3413 LAO ເຊິ່ງເປັນໂຄງ ການ ຊ່ວຍເຫຼືອລ້າດ້ານການ ພັດທະນາການເງິນຊົນນະບົດ ເປັນເງິນ 100 ລ້ານກີບ ; ໃນ ຂະນະນັ້ນ ມີສະມາຊິກ 351 ຄົນ ແລະ ມີທຶນບໍລິຫານປ່ອຍ ກູ້ໃຫ້ສະມາຊິກໄປພັດທະນາ ເສດຖະກິດຄອບຄົວເບື້ອງຕົ້ນ ມີ 118 ລ້ານກວ່າກີບ.

 

ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ - Visit Laos Visit SALANA BOUTIQUE HOTEL - ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ
ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ - Visit Laos Visit SALANA BOUTIQUE HOTEL - ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ

+ ນະຄອນຫລວງປຶກສາຫາລືການພັດທະນາກຸ່ມຜະລິດກະສິກໍາເປັນສະຫະກອນ

+ ທະນາຄານນະໂຍບາຍສາຂາອຸດົມໄຊຮັບຮອງແຜນສິນເຊື່ອປະຈຳປີ 2018

ສະຫະກອນດັ່ງກ່າວ ຕັ້ງຢູ່ ບ້ານ ວຽງແກ້ວ, ເມືອງ-ແຂວງ ຫຼວງພະບາງ, ມີຄະນະສະພາ ບໍລິຫານ ທັງໝົດ 11 ຄົນ, ແລະ ຕົກມາກາງປີ 2016 ໄດ້ສ້າງ ຕັ້ງໜ່ວຍບໍລິການປະຈຳຢູ່ ເມືອງນານ, ໄດ້ປັບປຸງຜະລິດ ຕະພັນເງິນຝາກໃຫ້ສອດຄ່ອງ ກັບກົນໄກຂອງການເງິນ- ການທະນາຄານ ດັ່ງທ່ານ ປະ ທານສະພາບໍລິຫານໃຫ້ຮູ້ ວ່າ: ໃນປີ 2016 ມີເງິນທຶນ ໝູນວຽນທັງໝົດ 8 ຕື້ກວ່າ ກີບ, ທຽບໃສ່ຜ່ານມາເພີ່ມ ຂຶ້ນ 32%; ໃນນີ້ໄດ້ປ່ອຍກູ້ເພື່ອ ກະສິກໍາ 44,3%, ປ່ອຍກູ້ເພື່ອ ການຄ້າຂາຍຍ່ອຍ-ຕິດພັນກັບ ການບໍລິການ ແລະ ການທ່ອງ ທ່ຽວກວມ55,7% ຂອງຍອດ ເງິນກູ້ທັງໝົດ; ມີສະມາຊິກຮຸ້ນ ທັງໝົດ 7.285 ຄົນ, ທຽບໃສ່ ປິຜ່ານມາເພີ່ມຂຶ້ນ15%.
ຜ່ານການຂຸດຄົ້ນລາຍຮັບດ້ານຕ່າງໆ: ໃນປີ 2016 ນີ້ ສະຫະກອນມີກຳໄລສຸດທິ ຈຳ ນວນ 442 ລ້ານກວ່າກີບ, ສາ ມາດແບ່ງປັນຜົນກຳໄລທ້າຍ ປີໃຫ້ສະມາຊິກຕາມລະບຽບ ການໄດ້ຮຸ້ນລະ1.800ກີບ/ ປີ.

ໃນປີ 2017 ຜ່ານມາ ສະ ຫະກອນມີກໍາໄລ 925 ລ້ານ ກີບ ແລະສາມາດປັນຜົນໃຫ້ ສະມາຊິກ 18% ຕໍ່ປີ; ນອກນີ້ ຍັງປະກອບສ່ວນຊ່ວຍເຫຼືອ ສັງຄົມ, ຊ່ວຍເຫຼືອຜູ້ໄດ້ຮັບຜົນ ກະທົບຈາກໄພທໍາມະຊາດ, ອັກຄີໄພ, ອຸປະຖໍາ, ວັນສໍາຄັນ ຕ່າງໆ ຂອງຊາດ.

ທ່ານປະທານ ສະພາບໍລິ ຫານ ສະຫະກອນເນັ້ນວ່າ: ການເຄື່ອນໄຫວຂອງ ສະຫະ ກອນແມ່ນຕິດພັນໂດຍກົງ ກັບປະຊາຊົນບັນດາເຜົ່າ, ອໍານາດການປົກຄອງທຸກ ຂັ້ນ, ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານພັດ ທະນາອາຊີໃນການປະກອບ ທຶນສ້າງຕັ້ງ ແລະ ຫວັງວ່າໃນ ໂອກາດໜ້າ ຈະໄດ້ຮັບການ ສະໜັບສະໜູນທຶນຕື່ມອີກ ເພື່ອມາປ່ອຍກູ້ດອກເບ້ຍຕໍ່າ ໃຫ້ປະຊາຊົນບັນດາເຜົ່າໃນ ແຂວງຫຼວງພະບາງໄດ້ນໍາ ໃຊ້ເຂົ້າໃນການຜະລິດ, ສ້າງ ເສດຖະກິດຄອບຄົວປະກອບ ສ່ວນເຂົ້າໃນການພັດທະນາທ້ອງຖິ່ນດີຂຶ້ນ./.

ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ - IMG 8352 - ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ

ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ - 3 - ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ
ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ - 5 - ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ
ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ - 4 - ສະຫະກອນສິນເຊື່ອຫລວງພະບາງທີ່ເພິ່ງຂອງກະສິກອນ