ຄຸນປະໂຫຍດດີໆຕໍ່ສຸຂະພາບຈາກນ້ຳຫົວບົວ

ການດື່ມນຳ້ຫົວບົວໃຫ້ປະໂຫຍດຫລາຍຢ່າງແກ່ຮ່າງກາຍ ເພາະວ່າໃນນຳ້ຫົວບົວມີສານອາຫານທີ່ດີຕໍ່ສຸຂະພາບ ເຊັ່ນ : ຟລາໂວນອຍ, ໂພລິຟີນນອນ ຊ່ວຍໃນການຕໍ່ຕ້ານພະຍາດມະເຮັງ, ມີວິຕາມິນ ແລະ ເກືອແຮ່ຫລາຍຊະນິດ ນຳ້ຫົວບົວຈຶ່ງຖືເປັນເຄື່ອງດື່ມເພື່ອສຸຂະພາບຢ່າງໜຶ່ງ. ນຳ້ຫົວບົວທີ່ດີຈະຕ້ອງມີສີເຫລືອງຈາງໆໃສໆ, ມີລົດຊາດຟາດ, ເຜັດ, ຮ້ອນໜ້ອຍໜຶ່ງ, ແຕ່ບໍ່ມີກິ່ນ.
ຄຸນປະໂຫຍດທາງຢາຂອງນຳ້ຫົວບົວກໍມີຫລາຍດ້ານ ເປັນຕົ້ນ ແມ່ນຊ່ວຍແກ້ຮ້ອນໃນ, ບຳລຸງເລືອດ, ເຮັດໃຫ້ສົດຊື່ນ, ຊ່ວຍໃຫ້ການໄຫລວຽນຂອງເລືອດເຮັດວຽກດີ, ຊ່ວຍໄລ່ຂີ້ກະເທີ່, ດັບພິດຮ້ອນ, ແກ້ພິດໄຂ້, ແກ້ອາການຖອກທ້ອງ, ບຳລຸງສະໝອງ, ຊູກຳລັງ, ແກ້ອາການອິດເມື່ອຍອ່ອນເພຍ, ຊ່ວຍເພີ່ມສານຕ້ານອະນຸມູນອິດສະລະແກ່ຮ່າງກາຍ, ຫລຸດໂອກາດເກີດພະຍາດມະເຮັງ ແລະ ພະຍາດຫລອດເລືອດຫົວໃຈ.
ສ່ວນວິທີຕົ້ມນຳ້ຫົວບົວເພື່ອສຸຂະພາບນັ້ນກໍບໍ່ຫຍຸ້ງຍາກຫຍັງຫລາຍ ພຽງແຕ່ເລືອກຫົວບົວແຫ້ງ ຫລື ຫົວບົວດິບສະອາດ, ຕົ້ມນຳ້ໃຫ້ຟົດ, ໃສ່ຫົວບົວລົງໄປ ປະໄວ້ໃຫ້ຟົດດົນປະມານ 4 ນາທີ, ກອງເອົາກາກອອກ ແລ້ວປະໄວ້ໃຫ້ອຸ່ນຈຶ່ງດື່ມ, ອາດຈະປຸງແຕ່ງລົດຊາດດ້ວຍນຳ້ເຜິ້ງກໍໄດ້.
ຂໍ້ຄວນລະວັງ : ຄົນປ່ວຍທີ່ມີບັນຫາດ້ານພະຍາດກະເພາະອາຫານບໍ່ຄວນດື່ມນຳ້ຫົວບົວທີ່ຄັ້ນມາດິບໆໂດຍກົງ, ແຕ່ໃຫ້ເຈືອຈາງນຳ້ຕື່ມໃສ່ປະມານ 30 ເທົ່າ ຈາກນັ້ນເອົາໄປຕົ້ມຈົນລະເຫີຍເຫລືອ 20 ເທົ່າ ຈາກປະລິມານເບື້ອງຕົ້ນ ໃຊ້ເປັນນຳ້ຢາບ້ວນປາກທຸກໆ 30 ນາທີແທນ.