ທ່ານ ດູເຕີເຕ ໂຕ້ກັບ EU ທີ່ວິຈານ ສົງຄາມປາບປາມຢາເສບຕິດ

ທ່ານ ດູເຕີເຕ ໂຕ້ກັບ eu ທີ່ວິຈານ ສົງຄາມປາບປາມຢາເສບຕິດ - 1517990930867 960x0 - ທ່ານ ດູເຕີເຕ ໂຕ້ກັບ EU ທີ່ວິຈານ ສົງຄາມປາບປາມຢາເສບຕິດ
ທ່ານ ດູເຕີເຕ ໂຕ້ກັບ eu ທີ່ວິຈານ ສົງຄາມປາບປາມຢາເສບຕິດ - kitchen vibe - ທ່ານ ດູເຕີເຕ ໂຕ້ກັບ EU ທີ່ວິຈານ ສົງຄາມປາບປາມຢາເສບຕິດ

ປະທານາທິບໍດີ ​ໂຣດຣິ​ໂກ ດູ​ເຕີ​ເຕ ຜູ້ນຳ​ຟີ​ລິບ​ປິນ ປະຕິ​ເສດ​ຄຳ​ເຊີນ​ໃນ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາຊີ-​ເອີຣົບ ທີ່​ນະຄອນຫລວງ​ບຣຸກ​ແຊນ ຂອງ​ແບນ​ຊິກ ​ໂດຍ​ຕອບ​ໂຕ້​ສະຫະພາບ​ເອີຣົບ (EU) ອີກ​ເທື່ອ​ໜຶ່ງ ​ແລະ ຫາ​ວ່າ EU ກ່າວ​ໃຫ້​ຮ້າຍ​ນະ​ໂຍບາຍ​​ເຮັດ​ສົງຄາມ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ທ່ານ.

ປະທານາທິບໍດີ ດູ​ເຕີ​ເຕ ກ່າວ​ວ່າ: EU ​ເຊິ່ງມີ​ສະມາຊິກ 28 ປະ​ເທດ ​ແລະ ​ເປັນ​ຄູ່​ຄ້າ​ສຳຄັນ​ລາຍ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຟີ​ລິບ​ປິນ ວິຈານ​ໂດຍ​ບໍ່​ໃຊ້​ຄວາມ​ຄິດ ​ແລະ ​ເຕືອນ​ວ່າ​ທ່ານ​ຈະ​ບໍ່​ເມີນ​ເສີຍ​ຕໍ່​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ກ່າວ​ຫາ​ນະ​ໂຍບາຍ​ປາບ​ປາມ​ອາ​ຊະ​ຍາ​ກຳ​ຂອງ​ທ່ານ. ຜ່ານ​ມາ​ເອີຣົບວິຈານ​ຕຳ​ໜິນະ​ໂຍບາຍ​ຂອງ​ຜູ້ນຳ​ຟີ​ລິບ​ປິນມາ​ໂດຍ​ຕະຫລອດ ພາຍຫລັງ​ເຮັດ​ໃຫ້​ຜູ້​ຕ້ອງ​ສົງ​ໄສ​ໃນ​ຄະດີ​ຢາ​ເສບ​ຕິດ​ເກືອບ 4.000 ຄົນ​ເສຍ​ຊີວິດ ​ແລະ ກຸ່ມ​ສິດທິ​ມະນຸດ​ກ່າວ​ຫາ​ວ່າ​ຜູ້ນຳ​ຟີ​ລິບ​ປິນຕ້ອງ​ຮັບຜິດຊອບ​ຕໍ່​ການ​ກໍ່ອາ​ຊະ​ຍາ​ກຳ​ຕໍ່​ມະນຸດ. ປະທານາທິບໍດີ ດູ​ເຕີ​ເຕ ​ເປີດ​ເຜີຍ​ວ່າ: ທ່ານ​ໄດ້​ຮັບ​ເຊີນ​ຈາກ EU ​​ໃຫ້​ເຂົ້າຮ່ວມ​ກອງ​ປະຊຸມ ອາຊີ-​ເອີຣົບ ​ໃນ​ເດືອນ​ຕຸລາ ທັງ​ທີ່​ກ່າວ​ວິຈານ​ທ່ານ​ມາ​ໂດຍ​ຕະຫລອດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະທານາທິບໍດີ ດູ​ເຕີ​ເຕ ປະກາດ​ວ່າ​ຈະ​ຍັງ​ຮັກສາ​ນະ​ໂຍບາຍ​ປາບ​ປາມ​ຢາ​ເສບ​ຕິດ​ຕໍ່​ໄປ​ຈົນ​ກວ່າ​ຈະ​ໝົດ​ວາລະ​ໃນ​ການ​ດຳລົງ​ຕຳ​ແໜ່​ງ​ໄລຍະ 6 ປີ, ​ເຖິງ​ວ່າ​ບັນຫາ​ດັ່ງກ່າວ​ສ່ຽງ​ຈະ​ກະທົບ​ຕໍ່​ການ​ໃຫ້​ສິດ​ພິ​ເສດ​ທາງ​ພາສີ​ມູນ​ຄ່າ​ຫລາຍ​ພັນ​ລ້ານ​ໂດ​ລາ​ໃນ​ແຕ່ລະ​ປີ​ສຳລັບ​ສິນຄ້າ​ສົ່ງ​ອອກ​ຂອງ​ຟີ​ລິບ​ປິນ​ໄປ​ຍັງ EU, ​ແຕ່ EU ປະກາດ​ໃນ​ເດືອນ​ຜ່ານ​ມາ​ວ່າ: ຟີ​ລິບ​ປິນຍັງ​ໄດ້​ຮັບ​ສິດ​ພິ​ເສດ​ທາງ​ການ​ຄ້າ​ດັ່ງກ່າວ​ຕໍ່​ໄປ.

ທ່ານ ດູເຕີເຕ ໂຕ້ກັບ eu ທີ່ວິຈານ ສົງຄາມປາບປາມຢາເສບຕິດ - Visit Laos Visit SALANA BOUTIQUE HOTEL - ທ່ານ ດູເຕີເຕ ໂຕ້ກັບ EU ທີ່ວິຈານ ສົງຄາມປາບປາມຢາເສບຕິດ
ທ່ານ ດູເຕີເຕ ໂຕ້ກັບ eu ທີ່ວິຈານ ສົງຄາມປາບປາມຢາເສບຕິດ - Visit Laos Visit SALANA BOUTIQUE HOTEL - ທ່ານ ດູເຕີເຕ ໂຕ້ກັບ EU ທີ່ວິຈານ ສົງຄາມປາບປາມຢາເສບຕິດ
ທ່ານ ດູເຕີເຕ ໂຕ້ກັບ eu ທີ່ວິຈານ ສົງຄາມປາບປາມຢາເສບຕິດ - 3 - ທ່ານ ດູເຕີເຕ ໂຕ້ກັບ EU ທີ່ວິຈານ ສົງຄາມປາບປາມຢາເສບຕິດ
ທ່ານ ດູເຕີເຕ ໂຕ້ກັບ eu ທີ່ວິຈານ ສົງຄາມປາບປາມຢາເສບຕິດ - 5 - ທ່ານ ດູເຕີເຕ ໂຕ້ກັບ EU ທີ່ວິຈານ ສົງຄາມປາບປາມຢາເສບຕິດ
ທ່ານ ດູເຕີເຕ ໂຕ້ກັບ eu ທີ່ວິຈານ ສົງຄາມປາບປາມຢາເສບຕິດ - 4 - ທ່ານ ດູເຕີເຕ ໂຕ້ກັບ EU ທີ່ວິຈານ ສົງຄາມປາບປາມຢາເສບຕິດ