ເຊກອງກຽມເປີດດ່ານສາກົນສູ່ຫວຽດນາມກະຕຸ້ນການຄ້າການລົງທຶນ

ແຂວງເຊກອງຍັງບໍ່ມີເສັ້ນທາງເຊື່ອມຕໍ່ກັບຕ່າງປະເທດ, ເມືອມີສິນຄ້າຂາອອກ-ຂາເຂົ້າ ຕ້ອງໄດ້ຜ່ານແຂວງອື່ນໆ, ຮອງ ເຈົ້າແຂວງໃຫ້ຮູ້ວ່າ: ປັດຈຸບັນ ພວມສຸມໃສ່ກະກຽມຄວາມ ພ້ອມຕ່າງໆ ເພື່ອຈະເປີດນຳໃຊ້ ເສັ້ນທາງ16,ເປີດນຳໃຊ້ຂົວ ເຊກອງແລະດ່ານສາກົນອອກ ສູ່ຫວຽດນາມ, ເພື່ອສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ ແກ່ການຄ້າ-ການລົງທຶນ ແລະ ການໄປມາຫາສູ່ຂອງປະຊາ ຊົນດີຂຶ້ນກວ່າເກົ່າ.
+ ເຈົ້າແຂວງເຊກອງເນັ້ນໃຫ້ຂະແໜງກ່ຽວຂ້ອງເອົາໃຈໃສ່ ເກັບລາຍຮັບໃຫ້ບັນລຸແຜນ
+ ລັດຖະບານພວມເລັ່ງເກັບກຳຂໍ້ມູນເພື່ອປັບປຸງວຽກງານດ່ານ
ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງກ່າວ ວ່າ:ການເປີດນຳໃຊ້ເສັ້ນທາງ ແລະ ຂົວດັ່ງກ່າວຈະເປັນກຸນ ແຈສຳຄັນ ໃນການດຶງດູດການ ພັດທະນາແກ້ໄຂຄວາມທຸກ ຍາກຂອງປະຊາຊົນ,ໂດຍສະ ເພາະ ເມືອງດັກຈຶງແລະເມືອງ ກະລືມ ເປັນເມືອງທີ່ມີຄວາມ ທຸກຍາກຫຼາຍ,ແຂວງກຳລັງ ສຸມໃສ່ແກ້ໄຂໃຫ້ເຫຼືອພຽງ 5- 6% ຂອງຄອບຄົວທຸກຍາກ ທັງໝົດ ແລະ ພວກເຮົ່າແລ ເຫັນແລ້ວສາເຫດຈອງ ຄວາມ ທຸກຍາກເປັນຕົ້ນແມ່ນບັນຫາ ເສັ້ນທາງເຂົ້າຫາບ້ານລຽບ ຕາມບໍລິະເວນຊາຍແດນລາວ ຫວຽດນາມ ແລະ ການຈັດສັນ ພູມລຳເນົາ, ການຈັດສັນອາ ຊີບທຳການຜະລິດເປັນສິນຄ້າ ເພື່ອສົ່ງ ອອກໃຫ້ຫລາຍຂຶ້ນ.
ເສັ້ນທາງເລກທີ່16, ຂົວ ຂ້າມນ້ຳເຊກອງ,ດ່ານສາກົນ ອອກສູ່ຫວຽດນາມກໍ່ຈະເປັນທ່າແຮງໃໝ່ດຶງດູດການລົງ ທຶນ, ການຄ້າ ແລະ ການບໍລິ ການລວມເຖິງການຂົນສົ່ງ ມີຈຳນວນຫຼາຍຂຶ້ນ ແລະ ເຫັນວ່າ ປັດຈຸບັນມີຫຼາຍບໍລິ ສັດສະເໜີເຈດຈຳນົງທີ່ຈະ ລົງທຶນໃນຢູ່ໃນເມືອງກະລຶມແລະດັກຈຶງແລ້ວ ແລະ ຈະສົ່ງ ຜົນເຮັດໃຫ້ສອງເມືອງດັ່ງ ກ່າວມີໃບໜ້າ./.