ກະຊວງການເງິນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ II

ໃນລະຫວ່າງວັນທີ 5-6 ກຸມພານີ້ ກະຊວງການເງິນ, ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ II ຂອງຕົນຂຶ້ນໂດຍການເປັນປະທານຂອງ ສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ ເພື່ອຈະໄດ້ພ້ອມກັນສຸມໃສ່ສະຫລຸບຕີລາຄາຄືນການຊີ້ນໍາໆພາວຽກງານຂອງຄະນະພັກໃນໄລຍະປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍສະເພາະແມ່ນດ້ານລະ ບຽບການຕ່າງໆທີ່ຄະນະບໍລິຫານງານໄດ້ເອົາໃຈໃສ່ຊີ້ນໍາໆພາ ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກເຂົ້າສູ່ລ່ວງເລິກ.
ພ້ອມດຽວກັນນີ້, ໃນກອງປະຊຸມຄົບຄະນະບໍລິຫານງານດັ່ງກ່າວຍັງໄດ້ພ້ອມກັນ, ປຶກສາຫາລື, ແລະ ປະກອບຄໍາຄິດເຫັນໃສ່ເອກະສານສຳຄັນຕ່າງໆຄື: ຮ່າງແຜນກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງການເງິນ, ຮ່າງບົດສະຫລຸບ ແລະ ແຜນການຈັດຕັ້ງຜັນຂະຫຍາຍຜົນການດໍາເນີນຊີວິດການເມືອງປັບປຸງປົວແປງພັກໃນປີ 2017, ແຜນພັດທະນາຂະແໜງສ່ວຍສາອາກອນໄລຍະປີ 2018-2020 ແລະ ເອກະສານສຳຄັນຈໍານວນໜຶ່ງເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຂະແໜງ ການເງິນ ແລະ ສືບຕໍ່ຜັນຂະຫຍາຍຈຸດດີ, ປັບປຸງຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ມີປະສິດທິຜົນສູງ.