ລະວັງຜົນກະທົບຈາກການກິນວິຕາມິນຫລາຍເກີນໄປ

ນັກວິໄຈມະຫາວິທະຍາໄລ ໂກເປນເຮເກນ ແຫ່ງປະເທດດານມາກ ກ່າວເຕືອນວ່າ : ການກິນວິຕາມິນເສີມບາງຢ່າງອາດເຮັດໃຫ້ອາຍຸສັ້ນລົງກ່ອນເວລາອັນຄວນກໍເປັນໄດ້ ເຊິ່ງຄະນະນັກວິທະຍາສາດ ໄດ້ສຶກສາດ້ວຍການຄົ້ນຄ້ວາລາຍງານຜົນການສຶກສາ 67 ເລື່ອງດ້ວຍກັນ ໂດຍບໍ່ພົບຫລັກຖານທີ່ເຊື່ອແນ່ນອນວ່າສານເສີມຕໍ່ຕ້ານອະນຸມູນອິດສະລະຊ່ວຍຫລຸດອັດຕາຄວາມຕາຍລົງໄດ້ເລີຍ ຍິ່ງໄປກ່ວານັ້ນກໍພົບວ່າ : ວິຕາມິນອາ ແລະ ວິຕາມິນເອີ ໄປຂັດຂວາງການປ້ອງກັນຕາມທຳມະຊາດຂອງຮ່າງກາຍນຳອີກ.
ສິ່ງສຳຄັນຍັງພົບຕື່ມວ່າ ສານເບຕ້າແຄໂຣທີນ, ວິຕາມິນອາ ແລະ ວິຕາມິນເອີ ໄປເລັ່ງອັດຕາການຕາຍໃຫ້ໄວຂຶ້ນນຳອີກ.
ເປັນຄວາມເຊື່ອກັນຢ່າງແຜ່ຫລາຍວ່າອາຫານເສີມ ເຊັ່ນ : ເບຕ້າແຄໂຣທີນ, ວິຕາມິນອາ ແລະ ວິຕາມິນເອີ ລວມທັງຊີລີນຽມ ອາດຈະຊ່ວຍປ້ອງກັນເນື້ອເຍື່ອຂອງຮ່າງກາຍບໍ່ໃຫ້ເສຍຫາຍຈາກພິດຂອງອະນຸມູນອິດສະລະ ເຊິ່ງຄວາມເສຍຫາຍເຫລົ່ານີ້ອາດເຮັດໃຫ້ເກີດພະຍາດຮ້າຍຕ່າງໆນັບແຕ່ພະຍາດມະເຮັງ ແລະ ພະຍາດຫົວໃຈຂຶ້ນໄດ້.
ລາຍງານຜົນການສຶກສາໄດ້ສະຫລຸບວ່າ : ເຮົາບໍ່ພົບຫລັກຖານທີ່ສະໜັບສະໜູນວ່າສານຕໍ່ຕ້ານອະນຸມູນອິດສະລະເສີມມີສ່ວນປ້ອງກັນ ບໍ່ວ່າຈະແມ່ນໃນຂັ້ນທຳອິດ ຫລື ຂັ້ນສຳຮອງ.