ທ່ານຮອງນາຍົກ ບຸນທອງ ຈິດມະນີ ເນັ້ນໃຫ້ ກວດລາຍຮັບ-ລາຍຈ່າຍທຸກຂະແໜງການເພື່ອປ້ອງກັນການຮົ່ວໄຫລງົບປະມານ

ໃນໂອກາດໂອ້ລົມກອງປະຊຸມເປີດກວ້າງວຽກງານກວດສອບງົບປະມານແຫ່ງລັດປະຈຳປີ 2017 ຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫລວງ, ໂດຍໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳອົງການກວດສອບແຕ່ລະຂັ້ນເອົາໃຈໃສ່ແກ້ໄຂຜົນກວດສອບຕົວຈິງທັງດ້ານລາຍຮັບ ແລະ ລາຍຈ່າຍ ຈຶ່ງຈະສາມາດສະກັດກັ້ນການຮົ່ວໄຫລຂອງງົບປະມານຫລຸດຜ່ອນລົງໄດ້, ອັນສໍາຄັນຕ້ອງແກ້ໄຂ ແລະ ກໍາຈັດບັນຫາການຈ່າຍໂຄງການນອກແຜນ, ຫົວໜ່ວຍລາຄາສູງ ແລະ ການນໍາໃຊ້ງົບປະມານຕ່າງໆທີ່ບໍ່ສອດຄ່ອງຕາມລະບຽບກົດໝາຍ ແລະ ຢາກເຮັດວຽກງານກວດສອບມີປະສິດທິຜົນ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນສະເພາະໜ້າ ແລະ ຍາວນານນັ້ນ, ຂະແໜງການກ່ຽວຂ້ອງຕ້ອງເພີ່ມທະວີຄວາມເອົາໃຈໃສ່ບັນຫາສໍາຄັນຕ່າງໆຄື: ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານລັດຖະກອນມີຄວາມໜັກແໜ້ນ, ກຳໄດ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານວິຊາສະເພາະ, ມີຈັນຍາບັນ, ມີຄວາມຊື່ສັດ ແລະ ໂປ່ງໃສ. ເອົາໃຈໃສ່ປັບປຸງກົງຈັກ ການຈັດຕັ້ງ, ແບບແຜນວີທີເຮັດວຽກທີ່ເປັນລະບົບຮັດກຸມ ແລະ ກ້າວສູ່ຄວາມທັນສະໄໝ ແລະ ສາມາດເຊື່ອມຕໍ່ລະບົບຂໍ້ມູນກັບກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານທຸລະກິດຂອງລັດ ແລະ ຂົງເຂດອື່ນໆທີ່ສ້າງຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ພ້ອມທັງກໍານົດບຸລິມະສິດເປົ້າໝາຍກວດສອບໂຄງການລະດັບຊາດ, ໂຄງການລົງທຶນຂະໜາດໃຫຍ່, ໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ໂຄງການລົງທຶນຂອງລັດອື່ນໆ, ເພື່ອຮັບປະກັນບໍ່ໃຫ້ງົບປະມານມີການຮົ່ວໄຫລ ແລະ ການປະຕິບັດມີຄວາມຖືກຕ້ອງ, ໂປ່ງໃສ ແລະ ນໍາຜົນປະໂຫຍດສູງສຸດມາໃຫ້ລັດ ແລະ ປະຊາຊົນແທ້ຈິງ.