ກຳມາທິການແຜນການການເງິນ ແລະ ກວດສອບສະພາແຫ່ງຊາດ ດຳເນີນກອງປະຊຸມປະຈຳຂອງຕົນ

ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານປະຈຳປີ 2017 ຂອງກຳມາທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດໄດ້ເປີດຂຶ້ນໃນວັນທີ 7 ກຸມພານີ້ ທີ່ນະຄອນຫລວງວຽງຈັນໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການດັ່ງກ່າວ ມີທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ; ມີຜູ້ຕາງຫນ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ສູນສະຖິຕິແຫ່ງຊາດ, ທະນາຄານແຫ່ງ ສປປລາວ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບຕີລາຄາຜົນການເຄື່ອນໄຫວວຽກງານໃນປີຜ່ານມາ ແລະ ທັງເປັນການປະເມີນຜົນການປະຕິບັດວຽກງານ ໃນການເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ, ການສົມທົບ ແລະ ປະຕິບັດໜ້າທີ່ດ້ານວິຊາສະເພາະ ກັບບັນດາກໍາມາທິການ, ຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນຂັ້ນແຂວງ ຕາມຂອບເຂດສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດໝາຍ ເປັນຕົ້ນແມ່ນການພົວພັນປະສານງານ ກັບກະຊວງ-ອົງການທີ່ກ່ຽວຂ້ອງ ຂອງລັດຖະບານ ເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ບັນຫາສໍາຄັນຕ່າງໆ ທີ່ນໍາເຂົ້າພິຈາລະນາໃນກອງປະຊຸມຄະນະປະຈໍາ ແລະ ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ.
ໃນກອງປະຊຸມ, ຊີ້ໃຫ້ເຫັນວ່າ : ໃນປີ 2017 ແລະ ທິດທາງແຜນການປີ 2018 ເຊິ່ງໃນປີຜ່ານມາ ກຜງສ ສາມາດສ້າງ ແລະ ປັບປຸງກົດໝາຍໄດ້ 4 ສະບັບ; ຜັນຂະຫຍາຍເປັນນິຕິກຳລຸ່ມກົດໝາຍໄດ້ 62 ມາດຕາ ໃນຈຳນວນກົດໝາຍ 21 ສະບັບ 116 ມາດຕາ; ການລົງທຶນ ແລະ ຈັດສັດສ່ວນການລົງທຶນຂອງລັດເຂົ້າໃສ່ການແກ້ໄຂໂຄງການໜີ້ສິນຕ່າງໆສຳເລັດ ຄົ້ນຄວ້າໜັງສືສະເໜີຂອງລັດຖະບານທີ່ພົວພັນກັບການນຳໃຊ້ງົບປະມານຂອງລັດເຂົ້າໃນການໂຄງການພັດທະນາພື້ນຖານໂຄງລ່າງຕ່າງໆ ເປັນຕົ້ນແມ່ນການອະນຸມັດໃຫ້ດັດແກ້ມູນຄ່າລວມຂອງໂຄງການກໍ່ສ້າງທາງປູຢາງກາສີ-ທົ່ງເມືອດ, ການອອກພັນທະບັດເພື່ອຊຳລະໜີ້ໂຄງການລົງທຶນຂອງລັດ, ການອວ່າຍທຶນສົມທົບເສັ້ນທາງກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ການອະນຸຍາດເກັບອາກອນກຳໄລ ໃນອັດຕາ 1% ຂອງມູນຄ່າຮັບເໝົາກໍ່ສ້າງໂຄງການສາຍສົ່ງ-ສະຖານີໄຟຟ້າ ແລະ ເຂື່ອນໄຟຟ້າ, ການຂໍນຳໃຊ້ເງິນເກີນແຜນ, ເງິນຍອດເຫລືອງົບປະມານທາງດ້ານການບັນຊີ ປະຈຳສົກປີ 2015-2016 ແລະ 3 ເດືອນຂ້າມຜ່ານທ້າຍປີ 2016 ລາຍຮັບວິຊາການປີ 2017; ຄົ້ນຄວ້າຄຳສະເໜີ ແລະ ຄຳຮ້ອງຂໍຄວາມເປັນທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈຳນວນ 36 ສະບັບ (ວຽກແຜນການ ແລະ ການລົງທຶນ 22 ສະບັບ, ວຽກການເງິນ 9 ສະບັບ ແລະ ວຽກທະນາຄານ 5 ສະບັບ) ໃນນີ້ ໄດ້ຄົ້ນຄວ້າສຳເລັດແລ້ວ.
ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນຕໍ່ບົດສະຫລຸບປະຈຳປີ ແລະ ທິດທາງແຜນການຂອງ ກຜງສ; ຮັບຟັງການນຳສະເໜີບົດຮຽນຄວາມຮູ້ພື້ນຖານກ່ຽວກັບການຄິດໄລ່ GDP ຂອງ ສປປລາວ ຈາກຜູ້ຕາງໜ້າສູນສະຖິຕິແຫ່ງຊາດ.
ໂອກາດດຽວກັນນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ໂອ້ລົມແນະນຳໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດານິຕິກຳ, ນິຕິບັນຍັດຂອງກຳມາທິການ ເຊິ່ງພົວພັນເຖິງບັນດາອົງການ ແລະ ກະຊວງຕ່າງໆ ໃນການດຳເນີນການສ້າງກົດໝາຍ ແລະ ການຜັນຂະຫຍາຍໃຫ້ເປັນນິຕິກຳລຸ່ມກົດໝາຍ; ສືບຕໍ່ເອົາໃຈໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາສຳຄັນຂອງຊາດ ໂດຍມີການປະສານສົມທົບກັບຂະແໜງການ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ; ເອົາໃຈໃສ່ຕິດຕາມການປະຕິບັດມະຕິຕົກລົງຂອງສະພາແຫ່ງຊາດ ແລະ ມະຕິຕົກລົງຂອງກອງປະຊຸມຮ່ວມ ລະຫວ່າງຄະນະລັດຖະບານກັບສະພາແຫ່ງຊາດ; ເອົາໃຈໃສ່ປະສານງານ ແລະ ປະສານສົມທົບ ກັບກະຊວງ, ອົງການຂອງລັດຖະບານ ແລະ ບັນດາກຳມາທິການພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ; ປັບປຸງແບບແຜນວິທີເຮັດວຽກ ແລະ ການນຳພາການເຄື່ອນໄຫວວຽກງານຂອງກຳມາທິການ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ.