DHA  ແລະ ARA ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້

dha  ແລະ ara ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້ - 030802 2018 - DHA  ແລະ ARA ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້
dha  ແລະ ara ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້ - kitchen vibe - DHA  ແລະ ARA ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້

ປະຈຸບັນນີ້ມີນົມຝຸ່ນທີ່ໃຊ້ລ້ຽງເດັກນ້ອຍອອກມາຈຳໜ່າຍກັນຫລາຍຍີ່ຫໍ້ ບາງຍີ່ຫໍ້ກໍອວດອ້າງວ່າມີສ່ວນປະສົມຂອງ DHA  ແລະ ARA ທີ່ຊ່ວຍພັດທະນາສະໝອງຂອງເດັກນ້ອຍໄດ້ແລ້ວ ຍັງເຮັດໃຫ້ພໍ່ແມ່ເຊື່ອຈົນໄປຫາຊື້ມາໃຫ້ລູກໄດ້ກິນນຳອີກ. ແລ້ວພໍ່ແມ່ຮູ້ຫລືບໍ່ວ່າ DHA  ແລະ ARA ມັນແມ່ນຫຍັງ ?

ສານທັງ 2 ຊະນິດນີ້ແມ່ນກົດໄຂມັນອີ່ມໂຕ ໂອເມກ້າ 3 ແລະ ກົດໄຂມັນໂອເມກ້າ 6 ຊ່ວຍພັດທະນາທັງສະໝອງ ແລະ ສາຍຕາຂອງລູກໄດ້ ເພາະໃນສະໝອງເດັກນ້ອຍນັ້ນ 60% ຈະເປັນໄຂມັນ ແລະ 15 – 20% ຈະເປັນກົດໄຂ ທັງ 2 ຊະນິດນີ້. DHA  ຍັງກະຈາຍຢູ່ທົ່ວໄປໃນແຊນປະສາດສະໝອງ ແລະ ຈໍຕາ, ໃນຂະນະທີ່  ARA ຍັງກະຈາຍຢູ່ຕາມພາກສ່ວນຕ່າງໆຂອງຮ່າງກາຍ ຊ່ວຍກະຕຸ້ນການຈະເລີນເຕີບໃຫຍ່ໄດ້, ແຕ່ວ່າເດັກນ້ອຍທີ່ມີອາຍຸ 4 – 6 ເດືອນນັ້ນຍັງມີນຳ້ຍ່ອຍບໍ່ພຽງພໍໃນການສັງເຄາະກົດໄຂມັນທັງ 2 ຊະນິດ ເຮັດໃຫ້ບໍ່ສາມາດປ່ຽນສານຕັ້ງຕົ້ນໃນນົມຝຸ່ນໃຫ້ກາຍໄປເປັນ DHA ໄດ້ຢ່າງເຕັມທີ່.

ແຕ່ທຳມະຊາດກໍຈັດສັນໄວ້ໃຫ້ແລ້ວ ເພາະກົດໄຂມັນທັງ 2 ຊະນິດນັ້ນ ເດັກນ້ອຍສາມາດໄດ້ຮັບຈາກນຳ້ນົມແມ່ໄດ້ຢ່າງເຕັມທີ່ຈະຊ່ວຍປັບຄວາມດຸ່ນດ່ຽງໃຫ້ລະບົບພາຍໃນຂອງເດັກນ້ອຍໄດ້ ເຮັດໃຫ້ແຊນປະສາດ ແລະ ລະບົບການເຮັດວຽກທຸກພາກສ່ວນເກີດການພັດທະນາໄປຢ່າງສົມບູນເຕັມທີ່. ໃນນົມຝຸ່ນທີ່ໂຄສະນາວ່າຕື່ມສານ   DHA  ແລະ ARA ເຂົ້າໄປນັ້ນອາດສະກັດຈາກສາຫລ່າຍແຊນດຽວ, ໄຂ່ແດງ ຫລື ນຳ້ປາເຂົ້າໄປ ເຊິ່ງເປັນຂໍ້ເສຍຫາກພໍ່ແມ່ຫັນໄປຊື້ມາໃຫ້ລູກກິນແທນນົມແມ່ ເພາະເດັກຈະເສຍໂອກາດໃນການກິນນົມແມ່ ບາງຄົນກໍເປັນພະຍາດພູມແພ້ຈາກການຖືກກະຕຸ້ນຂອງໂປຣຕິນໃນນົມງົວນຳອີກ.

ການລ້ຽງລູກດ້ວຍນົມແມ່ນັ້ນຍັງຊ່ວຍປ້ອງກັນເຊື້ອພະຍາດ ເຊິ່ງນົມຝຸ່ນບໍ່ມີຄຸນສົມບັດນີ້, ຊ່ວຍຫລຸດໂອກາດເປັນພະຍາດ, ການຕິດເຊື້ອ, ຫາກຕິດກໍຈະເຊົາໄວ, ເຮັດໃຫ້ການເຕີບໃຫຍ່ຂອງເດັກນ້ອຍບໍ່ຢຸດສະງັກ ແລະ ແມ່ໄດ້ມີໂອກາດຢູ່ກັບລູກຕະຫລອດເວລາ, ໃຫ້ລູກໄດ້ດູດເຕົ້ານົມແມ່, ໄດ້ສື່ສານກັນ, ສະແດງຄວາມຮັກຕໍ່ກັນ ຊ່ວຍກະຕຸ້ນປະສາດດທັງ 5 ຂອງເດັກ, ວົງຈອນສະໝອງ ແລະ ປະສາດ ເຊິ່ງເປັນໂຕເຊື່ອມການຕິດຕໍ່ລະຫ່ວາງແຊນສະໝອງ ແລະ ແຊນປະສາດໄດ້ເຮັດວຽກຄົບວົງຈອນຢ່າງສົມບູນ ເດັກນ້ອຍຈຶ່ງມີຄວາມສະຫລາດຄົບຖ້ວນທຸກດ້ານການລ້ຽງລູກດ້ວຍນົມແມ່ຈຶ່ງເປັນການໃຫ້ອະນາຄົດທີ່ດີແກ່ລູກ.

dha  ແລະ ara ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້ - 3 - DHA  ແລະ ARA ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້
dha  ແລະ ara ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້ - 4 - DHA  ແລະ ARA ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້
dha  ແລະ ara ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້ - 5 - DHA  ແລະ ARA ໃນນົມຝຸ່ນຂອງເດັກນ້ອຍທີ່ພໍ່ແມ່ຄວນຮູ້