3 ເຄັດລັບຝຶກໃຫ້ລູກນອນເປັນເວລາ
February 9, 2018 - 12:43 PM

ເດັກນ້ອຍເກີດໃຫມ່ຈົນເຖິງ 6 ເດືອນ ສ່ວນໃຫຍ່ຈະໃຊ້ເວລານອນຫຼັບໃນຕອນກາງຄືນ ປະມານ 10-12 ຊົ່ວໂມງ ເພື່ອໃຫ້ຮໍໂມນການຈະເລີນເຕີບໂຕເຮັດວຽກໄດ້ດີ (Growth Hormone) ຫຼາຍຄັ້ງລູກອາດຕື່ນມາໄຫ້ ຫຼັບບໍ່ຕໍ່ເນື່ອງ ຫາກເປັນຕະຫຼອດ ອາດເຮັດໃຫ້ລູກເຕີບໂຕບໍ່ສົມໄວ ພໍ່ແມ່ເລີຍຕ້ອງອົດຫຼັບອົດນອນ ເພື່ອປ່ຽນກັນເຝົ້າລູກ ເພື່ອໃຫ້ບັນຫາດັ່ງກ່າວໝົດໄປ ເຮົາສາມາດຝຶກໃຫ້ລູນນອນເປັນເວລາໄດ້ ດ້ວຍເຄັດລັບດັ່ງຕໍ່ໄປນີ້:
- ສ້າງຄວາມແຕກຕ່າງລະຫວ່າງກາງເວັນ ກັບກາງຄືນ: ເດັກນ້ອຍເກີດໃຫມ່ຍັງບໍ່ຮູ້ຈັກເວລາກາງເວັັນ, ກາງຄືນ ພໍ່ແມ່ຕ້ອງສ້າງບັນຍາກາດຕອນກາງເວັນດ້ວຍການເຮັດໃຫ້ບ້ານນັ້ນມີແສງສະວ່າງພຽງພໍ ເປີດຜ້າກັ່ງໃຫ້ມີແສງເຂົ້າ ກະຕຸ້ນໃຫ້ມີແສງຕະຫຼອດເວລາ ເພື່ອໃຫ້ລູກຮູ້ສຶກມ່ວນ, ຕື່ນເຕັ້ນຕະຫຼອດເວລາ ແລະ ຕອນກາງຄືນຕ້ອງສ້າງບັນຍາກາດໃຫ້ເປັນຕານອນ ດ້ວຍການເຮັດໃຫ້ຫ້ອງນອນມືດສະໜິດ, ບໍ່ມີສຽງລົບກວນ, ປັບອຸນຫະພູມໃຫ້ເໝາະສົມລູກຈະໄດ້ຮັບຮູ້ວ່າໄດ້ເວລານອນແລ້ວ.
- ກຽມໂຕກ່ອນເຂົ້ານອນ: ເລີ່ມຈາກການອາບນໍ້າອຸ່ນໃຫ້ລູກນ້ອຍ ເພື່ອໃຫ້ລູກຮູ້ສຶກສະຫງົບລົງ ແລ້ວຫໍ່ຕົວລູກດ້ວຍຜ້າແພນຸ່ມໆ ລູກຈະໄດ້ຮູ້ສຶກເຖິງຄວາມອົບອຸ່ນຄືຢູ່ໃນທ້ອງ ແລະ ການຫໍ່ຕົວລັກສະນະນີ້ ຕ້ອງຮັບປະກັນຕຣີວ່າຜ້າແພຈະບໍ່ຫຼຸດເລື່ອນປິດໜ້າປິດຕາລູກ ເມື່ອລູກຂະຫຍັບຕົວໄປມາອີກດ້ວຍ.
- ກ່ອມລູກໃຫ້ນອນຫຼັບຝັນດີ: ຮ້ອງເພງກ່ອມລູກ ຫຼືເລົ່ານິທານ, ບອກຮັກລູກດ້ວຍສຽງອັນແພ່ວເບົາ, ລູບຫົວໃຫ້ລູກຮູ້ສຶກອົບອຸ່ນຈົນຫຼັບໄປ ຫາກລູກຕື່ນຂຶ້ນມາໃຫ້ລູກຫົວອີກຄັ້ງ ຢ່າພະຍາຍາມອູ້ມລູກທັນທີ ເພາະລູກຈະເຄີຍຕົວຈົນເຮັດໃຫ້ແມ່ຕ້ອງອູ້ມໃຫ້ນອນຕະຫຼອດເວລາ.
3 ເຄັດລັບຝຶກລູກໃຫ້ນອນຫຼັບນີ້ ພໍ່ແມ່ຕ້ອງອາໄສຄວາມອົດທົນ ແລະ ເຮັດແບບສະໝໍ່າສະເໝີຈົນເປັນກິດຈະວັດປະຈໍາວັນ ແລ້ວບັນຫາການຕື່ນກາງຄືນຂອງລູກກໍຈະໝົດໄປ.