ຊ້າງນ້ອຍ ເນັ້ນໃຊ້ນັກເຕະ U-19 ລາວ ສານຝັນໃນລາວພຣີເມຍລີກ 2018

ຖືວ່າເປັນອີກສະໂມສອນທີ່ໜ້າຈັບຕາເບິ່ງ ນອກຈາກຈະມາສ້າງສີສັນ ໃນລາວພຣີເມຍລີກ 2018 ແລ້ວ ຍັງເປັນການສົ່ງເສີມນັກກິລາທີມຊາດລາວ ລຸ້ນນ້ອຍກ້າວສູ່ທີມຊາດລາວຊຸດໃຫຍ່ຢ່າງ ຊ້າງນ້ອຍ ເອັຟຊີ ທີ່ລະດູການນີ້ເນັ້ນໃຊ້ນັກເຕະ ທີມຊາດລາວ ຊຸດອາຍຸບໍ່ເກີນ 19 ປີ ນໍາໂດຍ ສົມໄຊ ແກ້ວຫານາມ ທີ່ປະຕິເສດທີມຈາກໄທກັບມາຊ່ວຍ ຊ້າງນ້ອຍ ລຸຍລາວພຣີເມຍລີກ 2018 ພ້ອມຫວັງຍາດຊີງອັນດັບດີທີ່ສຸດ ແລະ ສານຝັນໃນລີກສູງສຸດຂອງລາວ.
ອີງຕາມການເປີດເຜີຍຂອງທ່ານ ດວງມະນີ ສຸວັນນະວົງ ຜູ້ຈັດການທີມ ຊ້າງນ້ອຍ ເອັຟຊີ ກ່າວວ່າ: ເພື່ອເປັນການສ້າງນັກກິລາໃຫ້ມີອະນາຄົດ ແລະ ເປັນການສ້າງບັນຍາກາດ ພ້ອມເປັນສ່ວນໜຶ່ງຂອງ ລາວພຣີເມຍລີກ ໃຫ້ມີຄວາມຄຶກຄື້ນ ພ້ອມທັງເປັນການຊຸກຍູ້ວົງການບານເຕະ ແລະ ໃຫ້ໄວ້ລຸ້ນຊາວໜຸ່ມຫ່າງໄກຈາກສິ່ງທີ່ບໍ່ດີຕ່າງໆ ຫັນມາຫຼິ້ນກິລາ ເພື່ອໂອກາດກ້າວສູ່ນັກກິລາທີມຊາດລາວຈາກຊຸດນ້ອຍກ້າວສູ່ຊຸດໃຫຍ່. ດັ່ງນັ້ນ, ທັງຝ່າຍບໍລິຫານຂອງພວກເຮົາຈຶ່ງສ້າງທີມ ຊ້າງນ້ອຍ ຂຶ້ນມາ.
“ສ່ວນນັກກິລາໄດ້ຄັດເລຶອກມາຈາກທີມຊາດ U-19 ເປັນຫຼັກ, ຈາກນະຄອນຫຼວງ ແລະ ຕ່າງແຂວງ, ລາວພຣີເມຍລີກ 2018 ພວກເຮົາຈະໃຊ້ສະໜາມກິລາແຫ່ງຊາດ ຫຼັກ 16 ເປັນສະໜາມແຂ່ງຂັນໃນບ້ານ ແລະ ພວກເຮົາຈະມີກິດຈະກໍາຫຼາຍຢ່າງໃນນັດທີ່ເປັນເຈົ້າບ້ານ ເພື່ອມອບຄວາມສຸກໃຫ້ກັບແຟນບານ ແລະ ເປັນການດຶງດູດແຟນບານໃຫ້ມາເບິ່ງການແຂ່ງຂັນຫຼາຍຂຶ້ນ, ສໍາລັບເປົ້າໝາຍພວກເຮົາຈະພະຍາຍາມສ້າງນັກກິລາ ແລະ ສ້າງທີມໃຫ້ມີຄຸນນະພາບທີ່ສຸດ ພ້ອມທັງຫວັງຍາດອັນດັບດີທີ່ສຸດໃນລາວພຣີເມຍລີກ 2018”. ຜູ້ຈັດການທີມ ຊ້າງນ້ອຍ ກ່າວ.
ສໍາລັບ ຊ້າງນ້ອຍ ຫາກໍໄດ້ກອງໜ້າຕົວຄວາມຫວັງຢ່າງ ສົມໄຊ ທີ່ກ້າວຈາກທີມຊາດ U-19 ຂຶ້ນໄປຕິດທີມຊາດລາວຊຸດໃຫຍ່ ເມື່ອປີ 2017 ຈົນເຮັດໃຫ້ທີມຈາກໄທຢ່າງ ນ່ານ ເອັຟຊີ ທີມໃນລີກ 4 ຂອງໄທ ທີ່ພ້ອມຈະເຊັນສັນຍາໄປຮ່ວມທີມ, ແຕ່ ສົມໄຊ ປະຕິເສດ ເພາະຍັງບໍ່ພ້ອມ ແລະ ຂໍເກັບປະສົບການໃນບານເຕະລາວພຣີເມຍລີກ 2018 ຕໍ່ໄປດ້ວຍການມາຊ່ວຍ ຊ້າງນ້ອຍ ເອັຟຊີ.
ສ່ວນນັກເຕະຄົນອື່ນໆທີ່ໜ້າສົນໃຈຂອງ ຊ້າງນ້ອຍ ປະກອບມີ ແສງອາລຸນ ສີຫາລາດ ຜູ້ຮັກສາປະຕູທີມຊາດລາວ U-16 ຊຸດປີ 2013, ທັດສະພອນ ໄຊສຸກ ກອງໜ້າທີມຊາດລາວ U-19, ພອນປະເສີດ ລາດຊະວົງ ກອງກາງທີມຊາດລາວ U-19 ຊຸດປີ 2017 ແລະ ຈິດປະສົງ ລັດຖະຈັກ ກອງໜ້າທີມຊາດລາວ U-19 ຊຸດປີ 2016.