ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ

ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ - ShowImage - ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ
ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ - kitchen vibe - ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ

ອົງການ​ທາງ​ສາສະໜາ​ຂອງ​ອາຣັບບີ ຊາ​ອຸ​ດິດ ປະກາດ​ໃນ​ວັນ​ທີ 10 ກຸມພາ​ວ່າ: ຜູ້ຍິງ​ອາຣັບບີ ຊາ​ອຸ​ດິດ ບໍ່​ຈຳ​ເປັນ​ຕ້ອງ​ໃສ່​ອາ​ບາ​ຍະ, ຊຸດ​ຄຸມ ​ແລະ ຍາວ ທີ່​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ສັດທາ​ຕໍ່​ສາສະໜາ.

ສຳນັກ​ຂ່າວຣອຍ​ເຕີ​ລາຍ​ງານ​ຈາກ​ເມືອງ​ດູ​ໄບ ປະ​ເທດ​ສະຫະ​ນະຄອນ ​ເອ​ເມຣັດ ອາຣັບ (UAE) ​ໃນ​ວັນ​ທີ 10 ກຸມພາ​ວ່າ: ການ​ເຄື່ອນ​ໄຫວ​ທີ່​ເປັນ​ອີກ​ສິ່ງ​ບົ່ງ​ບອກ ຄວາມ​ພະຍາຍາມ​ຂອງ​ລາຊະ​ອານາຈັກ​ອະນຸລັກ​ນິຍົມ ທີ່​ຈະ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ. ທ່ານ ຊີກ ອັບ​ດຸນ​ເລາະ ອັດ ມຸກ​ລັກ ສະມາຊິກສະພາ​ນັກ​ສາສະໜາ​ອາວຸ​ໂສ​ອາຣັບບີ ຊາ​ອຸ​ດິດ ກ່າວ​ໃນ​ລາຍ​ງານ​ປະຈຳ​ທາງ​ໂທລະພາບ​ວ່າ: ​ແມ່ຍິງ​ມຸດ​ສະ​ລິ​ມຄວນ​ແຕ່ງ​ກາຍ​ໃຫ້​ສຸພາບ​ຮຽບຮ້ອຍ, ​ແຕ່​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ໃສ່​ອາ​ບາ​ຍະ “ຜູ້ຍິງ​ມຸດ​ສະ​ລິ​ມທີ່​ເຄັ່ງ​ສາສະໜາ​ກວ່າ 90% ​ໃນ​ໂລກ​ມຸດ​ສະ​ລິ​ມບໍ່​ໃສ່​ອາ​ບາ​ຍະ. ດັ່ງນັ້ນ ​ເຮົາ​ຈຶ່ງ​ບໍ່​ຄວນ​ບັງຄັບ​ປະຊາຊົນ​ໃຫ້​ໃສ່​ຊຸດ​ນີ້”.

ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ - Visit Laos Visit SALANA BOUTIQUE HOTEL - ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ
ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ - Visit Laos Visit SALANA BOUTIQUE HOTEL - ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ

ຄຳ​ຖະ​ແຫລ​ງຖື​ເປັນ​​ເທື່ອ​ທຳ​ອິດ​ທີ່​ອອກ​ຈາກ​ບຸກຄົນ​ສຳຄັນ​ໃນ​ອົງການ​ສາສະໜາ​ຂອງ​ປະ​ເທດ ​ແລະ ມີ​ຂຶ້ນພາຍຫລັງ​ສິດທິ​ເສລີພາບ​ຫລາຍ​ປະການ​ທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ. ​ໃນ​ໄລຍະ​ເວລາ​ບໍ່​ດົນ​ມາ​ນີ້, ພາຍຫລັງ​ເຈົ້າຊາຍ ​ໂມ​ຮຳ​ເໝັດ ບິນ ຊັລມານ ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ມົງກຸດ​ລາຊະ​ກຸ​ມານ.

​​ແມ່ຍິງ​ອາຣັບບີ ຊາ​ອຸ​ດິດ ​ເລີ່​ມ​ໃສ່​ຊຸດ​ອາ​ບາ​ຍະ​ທີ່​ມີ​ສີສັນ​ງົດ​ງາມ​ຫລາຍ​ກວ່າ​ເກົ່າ ​ໃນ​ໄລຍະ​ຫລາຍ​ປີຜ່ານມາ ​ເຊັ່ນ​ສີຟ້າ ຫລື ສີ​ບົວ ​ເຊິ່ງ​ແຕກ​ຕ່າງ​ກັນ​ຫລາຍ​ກັບ​ສີດຳ​ແບບ​ດັ້ງ​ເດີມ. ນອກ​ຈາກ​ນັ້ນ ການ​ໃສ່​ອາ​ບາ​ຍະ​ທັບ​ກະ​ໂປງ​ຍາວ ຫລື ​ໂສ້ງ ​ເລີ່​ມພົບ​ເຫັນ​ໄດ້​ທົ່ວ​ໄປ ​ໃນ​ບາງ​ສ່ວນ​ຂອງ​ປະ​ເທດ.

ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ - 5 - ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ
ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ - 4 - ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ
ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ - 3 - ອາຣັບບີ ຊາອຸດິດ ຫລຸດຜ່ອນກົດ ຊຸດແຕ່ງກາຍຜູ້ຍິງ