ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ

ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ - 11659561 2114675528671450 676235283904083680 n - ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ
ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ - kitchen vibe - ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ

ໂດຍ: ກ້ອງສ່ອງ ອິດສະຫລະ

ຄືດັ່ງພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ: ໜຶ່ງໃນປະກົດ ການຫຍໍ້ທໍ້ທີ່ພົ້ນເດັ່ນຢູ່ບ້ານເຮົາປັດຈຸບັນກໍແມ່ນຢາເສບຕິດ, ເຊິ່ງ ໃນແຕ່ລະມື້, ແຕ່ລະອາທິດທາງ ເຈົ້າໜ້າທີ່ເຮົາກໍສາມາດປາບ ປາມ ແລະ ມ້າງກຸ່ມແກ້ງທີ່ເຄື່ອນ ໄຫວໃນດ້ານນີ້ມາດຳເນີນຄະ ດີໄດ້ຫລາຍລາຍ ແລະ ເປັນໄລ ຍະໆ ຕົວຢ່າງໃນປີ 2017 ຜ່ານ ມາ, ເຈົ້າໜ້າທີ່ເຮົາກໍສາມາດ ມ້າງຄະດີສະເພາະຢາເສບຕິດ ໄດ້ເຖິງ 2.770 ເລື່ອງ, ກັກຕົວ ຜູ້ຖືກຫາໄດ້ 4.241 ຄົນ. ນອກ ຈາກຄະດີຢາເສບຕິດແລ້ວ, ໃນປີ 2017 ຜ່ານມາ, ຍັງມີຄະດີອາ ຍາເກີດຂຶ້ນທັງໝົດ 6.206 ເລື່ອງ, ບໍ່ນັບຄະດີອຸປະຕິເຫດ ຕາມທ້ອງຖະໜົນ ແລະ ອັກ ຄີໄພ.

ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ - Visit Laos Visit SALANA BOUTIQUE HOTEL - ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ
ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ - Visit Laos Visit SALANA BOUTIQUE HOTEL - ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ

ໃນຈຳນວນລາຍຄະດີທີ່ ກ່າວມານີ້, ສາມາດມ້າງໄດ້ທັງ ໝົດ 5.011 ເລື່ອງ, ກັກຜູ້ຖືກ ຫາໄດ້ 7.157 ຄົນ, ຍິງ 816 ຄົນ, ຕ່າງປະເທດ 100 ຄົນ, ຍິງ 18 ຄົນທຽບໃສ່ ປີ 2016 ເຫັນ ວ່າຄະດີເພີ່ມຂຶ້ນ 467 ເລື່ອງ, ນີ້ຄືຜົນສຳເລັດກໍຄືການສະຫລຸບ ຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ ໄດ້ ສູ້ຊົນບຸກບືນເຮັດຫລ້ອນໜ້າ ທີ່ຂອງຕົນທີ່ທາງຂັ້ນເທິງ ກໍຄື ຊາດ ແລະ ປະຊາຊົນໄດ້ມອບ ໝາຍໃຫ້.

+ ສານນະຄອນຫລວງວຽງຈັນຕັດສິນລົງໂທດຜູ້ຄ້າຢາເສບຕິດຈຳຄຸກ 5 ປີ

+ ຫລວງນ້ຳທາຈູດທຳລາຍຢາເສບຕິດຈຳນວນຫລາຍ

ແນວໃດກໍດີ, ຕາມຜູ້ຂຽນ ວ່າບັນຫາການປາບປາມ ແລະ ຕາມລ່າກຸ່ມແກ້ງທີ່ເຄື່ອນໄຫວ ຄ້າຂາຍຢາເສບຕິດນັ້ນ, ມັນເປັນ ພາລະກິດອັນໃຫຍ່ຫລວງຖືວ່າ ເປັນວາລະຂອງຊາດ ແລະ ທັງ ເປັນບັນຫາຍຸດທະສາດ; ເຊິ່ງ ເບິ່ງໃນສະພາບຕົວຈິງແລ້ວ, ເຫັນ ວ່າມີຄວາມຫຍຸ້ງຍາກ ຫລາຍປະການ ແລະ ແຕກຕ່າງ ກວ່າການຕ້ານຫລືຕີສັດຕູໃນ ປາງສົງຄາມ. ເປັນຫຍັງຈຶ່ງວ່າ ແນວນັ້ນ? ຍ້ອນວ່າສັດຕູມັນຢູ່ ເປັນຈຸເປັນໝູ່, ເປັນຍ່ອມ ແລະ ເປັນປົດເປັນຄ້າຍ. ການປະທະ ປະຈັນບານກັນຕໍ່ສູ້ດ້ວຍຕົວ ກຳລັງຄົນ ແລະ ອາວຸດຕາມຍຸດ ທະວິທີ ແລະ ສິລະປະຍຸດຖ້າໃຜ ເກັ່ງກໍແມ່ນຜູ້ນັ້ນຊະນະ. ແຕ່ວ່າ ການຕໍ່ສູ້ກັບພວກຢາເສບຕິດ ເຂົາຢູ່ແບບໝັດນອນແກບເວລາມັນໄປກໍໄປແບບໂກ້ໆ ບໍ່ຈັກວ່າ ຂີ້ລົດເກງ ແລະ ລົດຕູ້, ມີຮອດລົດ ເລັກຊັສ, ປຣາໂດ, ວິໂກ້.
ຖ້າເຈົ້າໜ້າທີ່ຫົວບໍ່ໄສ, ບໍ່ ຊ່າງສັງເກດແດ່ ຫລື ບໍ່ມີຂໍ້ມູນ ທີ່ຮັດກຸມ ກໍຈະເສຍປຽບໃຫ້ເຂົາ. ອີກປະການໜຶ່ງພວກນີ້ເຂົາໄດ້ ຢັງຢາຍຢູ່ທົ່ວສັງຄົມ, ມີສາລະ ພັດໝ່ອງ, ທັງບ່ອນມືດບ່ອນ ແຈ້ງ, ຢູ່ບ້ານຢູ່ປ່າ, ຢູ່ທົ່ງຢູ່ຄັງ. ບາງຄົນກໍ ຮູ້ຢູ່ແກໃຈແຕ່ດ້ວຍ ສາເຫດໃດ ຈຶ່ງບໍ່ຈັບເອົາມັນ, ເພາະອັນສຳຄັນກໍຕ້ອງໃຫ້ໄດ້ ຫລັກຖານ. ບາງກໍລະນີຖືກ ເຈົ້າ ໜ້າທີ່ໄລ່ຕາມວ່າພວກເຂົາກໍ ໂຍນກະເປົ໋າປ່ານລົງໃສ່ຄິດວ່າ ແມ່ນຢາເສບຕິດແຕ່ເມື່ອກວດ ເບິ່ງມີແຕ່ເງິນກີບ, ເງິນບາດ, ເງິນໂດລາເຕັມກະເປົ໋າປ່ານອ່າຍະ. ສຸດທ້າຍມາບາງຄັ້ງໂຈນ ມັນກໍເປີດໜີວິດຕາຍໄປວັ່ງໆ ຍິ່ງໄປກວ່ານັ້ນ, ບາງກໍລະນີເຂົາ ກໍຂົນເອົາເງິນເອົາຄຳມາສົ່ງໃຫ້ ຮອດບ້ານ, ຮອດເຮືອນ. ສຸດ ທ້າຍຜູ້ຕາມລ່າປາບປາມກໍທຳທ່າອິດເມື່ອຍເຫາະຫອບຈຳເປັນ ຕ້ອງໄດ້ນັ່ງຢ້ຳເທົ່າ ຫລື ໃຊ້ເວ ລາຜັກຜ່ອນເອົາແຮງ. ນີ້ຄືສະ ພາບຄວາມເປັນຈິງ ແລະຄວາມ ຫຍຸ້ງຄວາມຍາກສັບສົນຂອງ ການຕ້ານ ແລະ ປາບປາມຢາ ເສບຕິດຢູ່ບ້ານເຮົາຕັ້ງແຕ່ອາ ດີດຈົນມາເຖິງປັດຈຸບັນ.

ເຖິງຢ່າງໃດກໍດີ, ຕາມ ເຮົາ ວິເຄາະດ້ວຍຕົນເອງນັ້ນເຫັນວ່າບ້ານເມືອງໃດ, ທ້ອງຖິ່ນໃດມີ ຢາເສບຕິດຫລາຍມີຄະດີຫລາຍ; ສະແດງວ່າຢູ່ບ່ອນນັ້ນຍັງບໍ່ທັນ ມີຄວາມສະຫງົບປອດໄພເທື່ອ ບ້ານເມືອງໃດທີ່ມີຄວາມສະ ຫງົບຮົ່ມເຢັນນັ້ນ, ຕ້ອງເປັນ ບ້ານປອດຄະດີ, ເມືອງປອດ ຄະດີ ແລະ ແຂວງປອດຢາເສບ ຕິດ. ກໍລະນີວ່າມັນເກີດຂຶ້ນ ຍາມ ໃດທາງເຈົ້າໜ້າທີ່ກ່ຽວຂ້ອງ ກໍສາມາດກຳຈັດປັດເປົ່າໃຫ້ໜີ ຈາກສັງຄົມໂດຍທັນທີ. ແຕ່ ເພື່ອຈະກ້າວໄປຫາໂຕທີ່ວ່ານີ້ ບໍ່ຮູ້ວ່າຍັງອີກຈັກເດືອນ, ຈັກ ປີ ແລະ ຈັກເຊັ່ນ ຈັກຊາດບ້ານ ເມືອງເຮົາຈຶ່ງຈະປອດຢາເສບ ຕິດ, ປອດຄະດີ. ໄປມາທາງໃດ ບໍ່ມີຄົນປຸ້ນຄົນຈີ້ ບ້ານເມືອງ ສະຫງົບຮົ່ມເຢັນ ນັ້ນລະເຂົາ ເອີ້ນວ່າ ສັງຄົມນິຍົມຫລືວ່າ ຄອມ ມູນິດນິຍົມ./.

ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ - 11659561 2114675528671450 676235283904083680 n - ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ
(ພາບປະກອບ)

ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ - 4 - ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ
ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ - 5 - ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ
ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ - 3 - ການແກ້ໄຂຢາເສບຕິດເປັນບັນຫາຍຸດທະສາດຂອງຊາດ