ກະຊວງ ຖວທ ເຜີຍແຜ່ກົດໝາຍວ່າດ້ວຍສິລະປະການສະແດງ
ໃນວັນທີ 8 ກຸມພານີ້, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດລົງເຜີຍແຜ່ກົດໝາຍວ່າດ້ວຍສິລະປະການສະແດງ ໃຫ້ແກ່ພະນັກງານ-ລັດຖະກອນອ້ອມຂ້າງກະຊວງຂອງຕົນ ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວຂອງວຽກງານສິລະປະການສະແດງຖືກຕ້ອງຕາມແນວທາງນະໂຍບາຍ ແລະ ລະບຽບກົດໝາຍ, ຮັບປະກັນການປະຕິບັດສິດເສລີພາບຂອງພົນລະເມືອງ ແລະ ເພີ່ມຄວາມສາມາດໃນການຄຸມຄອງລັດຕໍ່ສິລະປະການສະແດງດີຂຶ້ນ.
ທ່ານ ບົວເງິນ ຊາພູວົງ ໄດ້ຍົກໃຫ້ເຫັນວ່າ: ນັບແຕ່ໄດ້ປະກາດໃຊ້ດຳລັດວ່າດ້ວຍສິລະປະການສະແດງຢ່າງເປັນທາງການໃນທ້າຍປີ 2015 ເປັນຕົ້ນມາ, ອັນໄດ້ອຳນວຍຄວາມສະດວກໃຫ້ແກ່ສິລະປະວັດທະນະທຳຕາມພາລະບົດບາດ ແລະ ດຳລັດທີ່ເປັນເວທີໃນການປະຕິບັດການສະແດງ, ປຸກລະດົມນ້ຳໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍທຳນອງທີ່ບິດເບືອນຂອງພວກບໍ່ດີ ແລະ ຊ່ວຍໃຫ້ອົງການຄຸ້ມຄອງດ້ານວັດທະນະທຳໄດ້ມີບ່ອນອີງດ້ານນິຕິກຳເພື່ອຄຸ້ມຄອງການເຄື່ອນໄຫວຂອງວຽກງານສິລະປະການສະແດງດີຂຶ້ນ.