ລາວຈະສົ່ງວິຊາຊ່າງຮ່ວມແຂ່ງຂັນສີມືແຮງງານອາຊຽນ

ສປປ ລາວ ຈະສົ່ງ 7 ສາຂາວິຊາຊ່າງຄື: ຈອດໂລຫະ, ໄມ້ເຄື່ອງເຮືອນ, ຕັດຫຍິບເຄື່ອງນຸ່ງ, ຊ່າງກໍ່, ຕິດຕັ້ງໄຟຟ້າໃນອາຄານ, ປຸງແຕ່ງອາຫານ ແລະ ອອກແບບກຣາຟິກ ເຂົ້າຮ່ວມງານມະຫາກຳແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 12 ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 26 ສິງຫາຫາ 5 ກັນຍາ 2018 ທີ່ເມືອງທອງທານີປະເທດໄທ, ຊຶ່ງງານແຂ່ງຂັນດັ່ງກ່າວຈະຈັດຂຶ້ນທຸກໆ 2 ປີ.
ໃນລະຫວ່າງວັນທີ 5-8 ກຸມພານີ້, ກະຊວງແຮງງານຣາຊະອານາຈັກໄທ ກໍໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການເຕັກນິກຄັ້ງທີ 1 ຂຶ້ນທີ່ບາງກອກ ເພື່ອກະກຽມຈັດງານມະຫາກຳແຂ່ງຂັນສີມືແຮງງານດັ່ງກ່າວ, ຊຶ່ງມີຄະນະຜູ້ແທນ ແລະ ຊ່ຽວຊານຈາກ 10 ປະເທດສະມາຊິກອາຊຽນເຂົ້າຮ່ວມ, ຄະນະຜູ້ແທນລາວນຳໂດຍທ່ານ ຄອນສີ ມະຫາວົງ ຮອງຫົວໜ້າ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາຫົວບົດແຂ່ງຂັນ, ຈໍານວນຜູ້ເຂົ້າຮ່ວມ, ວັນເວລາ ແລະ ສະຖານທີ່ຈັດການແຂ່ງຂັນ, ລວມທັງກົດລະບຽບຕ່າງໆຂອງການແຂ່ງຂັນ, ເຊິ່ງປີນີ້ຈະມີ 24 ສາຂາວິຊາທີ່ຈະແຂ່ງຂັນ ແລະ 2 ສາຂາວິຊາສາທິດການແຂ່ງຂັນ, ໂດຍຈະມີນັກແຂ່ງຂັນມາຈາກບັນດາປະເທດສະມາຊິກອາຊຽນ 332 ຄົນ, ລວມທັງຄູຝຶກ, ຜູ້ສັງເກດການ, ຜູ້ໃຫ້ການສະໜັບສະໜູເຂົ້າຮ່ວມປະມານ 3.000 ກວ່າຄົນ, ໂດຍສະເພາະແມ່ນສາຂາວິຊາຄວບຄຸມລະບົບເຄືອຂ່າຍໄອທີ, ຄວບຄຸມກົນຈັກອຸດສະຫະກຳແບບອັດຕະໂລນມັດ, ຕັດຫຍິບເຄື່ອງນຸ່ງ, ປຸງແຕ່ງອາຫານ, ເຄື່ອງເຢັນ ແລະ ແອເຢັນ, ບໍລິການເສີບອາຫານ, ລົດຍົນ, ຄວບຄຸມຫຸ່ນຍົນເຄື່ອນທີ່, ຕິດຕັ້ງສາຍເຄເບີ້ນອິນເຕີເນັດ, ອອກແບບວິສະວະກຳກົນຈັກ, ເມຄາໂທລນິກ, ແກ້ໄຂບັນຫາຊອ໋ບແວໄອທີສຳລັບ ທຸລະກິດ, ອອກແບບກຣາຟິກ, ປູກາໂລ ແລະ ຝາ, ອອກແບບ ແລະ ພັດທະນາເວັບໄຊ, ຕິດຕັ້ງໄຟຟ້າໃນອາຄານ, ຊ່າງກໍ່, ປະກອບເຂົ້າມູມໄມ້, ໄມ້ເຄື່ອງເຮືອນ, ເອເລັກໂຕຣ ນິກ, ແຕ່ງຊົງຜົມ, ເສີມສວຍ, ຈອດໂລຫະ, ຊ່ຽນແບບຊີເອັນຊີ. ສ່ວນ 2 ສາຂາວິຊາທີ່ຈະນໍາມາສາທິດຄື: ສາຂາວິຊາສີລົດຍົນ ແລະ ສາຂາວິຊາອິນເຕີເນັດອ໊ອບຕິກ.
ໃນກອງປະຊຸມຄັ້ງນີ້, ຍັງໄດ້ຮັບຮອງເອົາປະເທດທີ່ຈະເປັນເຈົ້າພາບການແຂ່ງ ຂັນສີມືແຮງງານອາຊຽນຄັ້ງທີ 13 ໃນປີ 2020 ແມ່ນສິງກະໂປ ແລະ ປະເທດຟີລິບປິນຮັບກຽດເປັນເຈົ້າພາບຄັ້ງທີ 14 ໃນປີ 2022.